1 of 29

Preliminary Information of Lao Railway Technical and Vocational College�寮國鐵道職業技術學院初步訊息

2 of 29

ຄຳນຳ

ໃນປຶ້ມຫົວນີ້ມີເປົ້າໝາຍເພື່ອໃຫ້ຂໍ້ມູນ ແລະ ທຳຄວາມເຂົ້າໃຈແກ່ນັກຮຽນ ແລະ ຜູ້ປົກຄອງ ທີ່ມີຄວາມສົນໃຈ ໃນການຮຽນຕໍ່ກັບທາງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ທີ່ໄດ້ມີການຮ່ວມມືລະຫວ່າງສປປ ລາວ ແລະ ປະເທດຈີນ.

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແມ່ນສະຖາບັນສຶກສາທີ່ມີເປົ້າໝາຍໃນການຜະລິດກຳລັງຄົນທີ່ມີທັກສະ ແລະ ຄວາມຮູ້ສາມາດທາງດ້ານການຂົນສົ່ງ ໂດຍມຸ່ງເນັ້ນໄປທີ່ລະບົບລົດໄຟຄວາມໄວສູງ ເພື່ອຮອງຮັບການພັດທະນາ ແລະ ຄວາມຈຳເປັນຂອງຕະຫຼາດແຮງງານໃນອະນາຄົດ.

ພາຍໃນປຶ້ມນີ້ ທ່ານຈະໄດ້ພົບກັບຂໍ້ມູນກ່ຽວກັບ:

- ປະຫວັດຄວາມເປັນມາ ແລະ ທີ່ຕັ້ງຂອງໂຮງຮຽນ

- ແນະນຳສາຂາວິຊາ ແລະ ອາຊີບ

- ລະບົບການຮຽນການສອນ

- ສິດທິປະໂຫຍດ ແລະ ໂອກາດພັດທະນາຫຼັງຈາກຈົບການສຶກສາ

ພວກເຮົາຫວັງວ່າປຶ້ມແນະນຳນີ້ຈະເປັນຄູ່ມືທີ່ມີປະໂຫຍດ ແລະ ຊ່ວຍໃຫ້ນັກຮຽນທີ່ມີຄວາມຝັນໄດ້ສາມາດກ້າວເຂົ້າສູ່ອະນາຄົດດ້ວຍຄວາມໝັ້ນໃຈ ແລະ ຄວາມພ້ອມ.

3 of 29

ສາລະບານ

ປະຫວັດຄວາມເປັນມາ……………………………………………………………………..……………………………1

ທີ່ຕັ້ງ ແລະ ເນື້ອທີ່…………………………………………………………………………………………………….....4

ສາຂາວິຊາ ( ລະບົບຊັ້ນສູງ 12+3 )…………………………………..……………………………………………………5

  • ສາຂາວິຊາເຕັກນິກຫົວລົດໄຟ ( ລະບົບຊັ້ນສູງ 12+3 )………………………..……………………………………….…5
  • ສາຂາວິຊາເຕັກນິກຕູ້ລົດໄຟ ( ລະບົບຊັ້ນສູງ 12+3 )…………………..……..……………………………………….…7
  • ສາຂາວິຊາສັນຍານທາງລົດໄຟ ( ລະບົບຊັ້ນສູງ 12+3 )………………………..………………………...……………….9
  • ສາຂາວິຊາວິສະວະກຳທາງລົດໄຟ ( ລະບົບຊັ້ນສູງ 12+3 )……………………….……………………………………….11
  • ສາຂາວິຊາການສະໜອງໄຟຟ້າທາງລົດໄຟ ( ລະບົບຊັ້ນສູງ 12+3 )……………….……………………………………….13
  • ສາຂາວິຊາຄຸ້ມຄອງການຂົນສົ່ງທາງລົດໄຟ ( ລະບົບຊັ້ນສູງ 12+3 )……………………....……………………………….15

ລະບົບການຮຽນ-ການສອນ……………………………………………………………………………………………...18

ການເຄື່ອນໄຫວນອກຫຼັກສູດ…………………………………………………………………………………….………25

ເງື່ອນໄຂ ແລະ ເອກະສານໃນການສະໝັກ………………………………………………………………………….………26

​

​

4 of 29

ປະຫວັດຄວາມເປັນມາ

ເດືອນ ເມສາ ປີ 2019 ອົງການການຮ່ວມພັດທະນາສາກົນແຫ່ງຊາດຂອງຈີນໄດ້ວາງແຜນໂຄງການ ໃຫ້ຝ່າຍປະເທດຈີນຊ່ວຍເຫຼືອປະເທດລາວສ້າງຕັ້ງວິທະຍາ ໄລເຕັກນິກ-ວິຊາຊີບການລົດໄຟລາວ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ. ໃນເດືອນສິງຫາ ປີ 2021 ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວໄດ້ຮັບການ ດໍາເນີນການກໍ່ສ້າງຢູ່ນະຄອນຫຼວງວຽງຈັນ, ໃນເດືອນພະຈິກຂອງປີດຽວກັນນັ້ນ ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນໝິງ ໄດ້ເຂົ້າຮັບຜິດຊອບໂຄງການວຽກງານການເຝິກອົບຮົມຄວາມສາມາດດ້ານການສຶກສາຂອງຄູ ອາຈານຈາກວິທະຍາໄລເຕັກ-ນິກວິຊາຊີບທາງລົດໄຟລາວ. ໃນເດືອນ ກັນຍາ ປີ 2023 ວິທະ ຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ ໄດ້ເປີດການຮຽນ-ການສອນຢ່າງເປັນທາງການ. ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ມີພາລະບົດບາກໃນການຈັດຕັ້ງປະຕິບັດການຮຽນ-ການສອນ, ກໍ່ສ້າງ, ເຝິກອົບຮົມ, ພັດທະນາວິຊາຊີບ ແລະ ນັກວິຊາການ ເພື່ອຕອບສະຫນອງເເຮງງານໃຫ້ເເກ່ສະຖາບັນປະກອບການ, ສຳນັກງານ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນພາຍໃນ ເເລະ ຕ່າງປະເທດ. ພ້ອມກັນນັ້ນ, ຍັງໄດ້ເຕີມເຕັມຊ່ອງຫວ່າງໃນຂະແໜງການທາງລົດໄຟສຶກສາດ້ານເຕັກນິກວິຊາຊິບຂອງລາວ, ລົງເລິກການຮ່ວມມື ແລະ ການແລກປ່ຽນໃນຂະແໜງສຶກສາວິຊາຊີບລະຫວ່າງຈີນກັບລາວ, ຊ່ວຍຊຸກຍູ້ການພັດທະນາການສຶກສາວິຊາຊີບຂອງລາວ. ນອກນີ້, ຍັງເປັນການສະແດງໃຫ້ເຫັນຕົວຈິງເຖິງການສ້າງ “ປະຊາຄົມຮ່ວມມືລະຫວ່າງຈີນ-ລາວ” ແລະ ມິດຕະພາບ ມູນເຊື້ອຂອງຈີນ ແລະ ລາວ.

5 of 29

ທີ່ຕັ້ງ ແລະ ເນື້ອທີ່

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ຕັ້ງຢູ່ບ້ານໂພຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ , ມີເນື້ອທີ່ດິນທັງຫມົດ 14,5 ເຮັກຕາ ເເລະ ເນື້ອທີ່ກໍ່ສ້າງອາຄານທັ້ງຫມົດ 33,000 ຕາເເມັດ. ການອອກເເບບໄດ້ຈັດສັນເປັນລະບົບປະສົມກົມກຽມຢ່າງສວຍງາມ ປະກອບມີ: ເຂດອາຄານບໍລິຫານ, ເຂດອາຄານຮຽນທິດສະດີ, ເຂດອາຄານພາກປະຕິບັດ, ເຂດອາຄານຫໍສະຫມຸດ, ເຂດໂຮງອາຫານ, ເຂດຫໍປະຊຸມໃຫຍ່, ເຂດຫໍພັກຊ່ຽວຊານ-ຄູອາຈານ, ເຂດຫໍພັກນັກສຶກສາ, ເຂດເດິ່ນຈອດລົດ, ເຂດເດີ່ນກິລາໃນຮົ່ມ ເເລະ ກາງເເຈ້ງ.

�

6 of 29

ທີ່ຕັ້ງ ແລະ ເນື້ອທີ່

7 of 29

ທີ່ຕັ້ງ ແລະ ເນື້ອທີ່

8 of 29

ສາຂາວິຊາເຕັກນິກຫົວລົດໄຟ ( ລະບົບຊັ້ນສູງ 12+3 )

ປະກອບມີ 6 ສາຂາວິຊາ:

​

  1. ສາຂາວິຊາເຕັກນິກຫົວລົດໄຟ ( 铁道机车 )
  2. ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:
  3. - ພື້ນຖານກ່ຽວກັບລະບົບການເຄື່ອນໄຫວຂອງຫົວຈັກ
  4. - ເຕັກນິກການຄວບຄຸມ ແລະ ຂັບຂີ່ລົດໄຟພະລັງງານໄຟຟ້າ ແລະ ລົດໄຟເຜົາໄໝ້ພາຍໃນ
  5. - ການບຳລຸງຮັກສາ, ສ່ອມແປງ ແລະ ການກວດເຊັກກ່ອນອອກເດີນທາງ
  6. - ອຸປະກອນອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການຂັບຂີ່
  7. - ກົດລະບຽບຈາລະຈອນລົດໄຟ ແລະ ຄວາມປອດໄພ

​

9 of 29

ສາຂາວິຊາເຕັກນິກຫົວລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • - ຕ້ອງມີຄວາມຮັບຜິດຊອບສູງ, ຮອບຄອບ, ລະອຽດຖີ່ຖ້ວນ ແລະ ມີສະມາທິຄົງທີ່ໃນການເຮັດວຽກໃນລະບົບທີ່ເຂັ້ມງວດ
  • - ຕ້ອງມີພາວະຄວາມເປັນຜູ້ນຳກ້າຕັດສິນໃຈ
  • - ມີສຸຂະພາບດີ ແລະ ຄວາມຄິດແບບລະອຽດລຶກຊຶ້ງ
  • - ຕ້ອງມີຄວາມສົນໃຈໃນເຄື່ອງຈັກ, ຍານພາຫະນະ, ລະບົບການເຄື່ອນໄຫວ ແລະ ການສ່ອມແປງ
  • - ມີທັກສະການຊ່າງ
  • - ຕ້ອງເຂົ້າໃຈການເຄື່ອນໄຫວ ແລະ ການໃຊ້ງານຂອງສ່ວນປະກອບເຄື່ອງຈັກ, ກຽລ໌, ລໍ້ ແລະ ລະບົບຂັບເຄື່ອນ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ພະນັກງານຂັບລົດໄຟ ( ຕ້ອງເປັນຜູ້ຊ່ວຍຂັບລົດໄຟ ຫຼື ມີປະສົບການໃນການເຮັດວຽກກ່ຽວກັບຫົວຈັກລົດໄຟ ຢ່າງຫນ້ອຍ 10 ປີ )�- ພະນັກງານຄວບຄຸມລະບົບຫົວຈັກດູແລ, ສ້ອມແປງ ແລະ ກວດສອບຫົວຈັກໃຫ້ພ້ອມໃຊ້ງງານ�- ພະນັກງານຄວບຄຸມວຽກງານບຳລຸງ ແລະ ປ້ອງກັນບັນຫາດ້ານໄຟຟ້າໃນຫົວຈັກ

ນອກວົງການລົດໄຟ:� - ຊ່າງພັດທະນາເຄື່ອງຈັກຮ່ວມອອກແບບ ແລະ ປັບປຸງລະບົບຂັບເຄື່ອນ ໃນລົດໄຟ ຫຼື ໃນລະບົບອື່ນໆ� - ອາຈານ ຫຼື ຜູ້ຝຶກສອນ

​

10 of 29

ສາຂາວິຊາເຕັກນິກຕູ້ລົດໄຟ ( ລະບົບຊັ້ນສູງ 12+3 )

​

2. ສາຂາວິຊາເຕັກນິກຕູ້ລົດໄຟ (铁道车辆 )

  • ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:
  • - ພື້ນຖານດ້ານເຄື່ອງຈັກ ແລະ ຊິ້ນສ່ວນຕ່າງໆຂອງຕູ້ລົດໄຟ
  • - ການບຳລຸງຮັກສາ ແລະ ສ່ອມແປງຕູ້ລົດໄຟ
  • - ການກວດສອບວັດສະດຸ ແລະ ອຸປະກອນຂອງຕູ້ລົດໄຟ
  • - ການກວດສອບຂໍ້ບົກພ່ອງຂອງຕູ້ລົດໄຟ
  • - ການປະຕິບັດງານຕາມມາດຕະຖານຄວາມປອດໄພ
  • - ລະບົບໄຟຟ້າ, ລະບົບການຫັນລໍ້, ການແປງພະລັງງານ

​

​

11 of 29

ສາຂາວິຊາເຕັກນິກຕູ້ລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • - ເປັນຄົນທີ່ລະອຽດຮອບຄອບ ເຊິ່ງເປັນສິ່ງຈຳເປັນໃນການດູແລລະບົບຂົນສົ່ງ
  • - ມີຄວາມພະຍາຍາມ ແລະ ພ້ອມຮັບຄວາມກົດດັນໃນການເຮັດວຽກໄດ້
  • - ມີຄວາມສົນໃຈດ້ານເຄື່ອງຈັກ, ໄຟຟ້າ, ອິເລັກໂທຣນິກ
  • - ມັກການຮຽນຮູ້ວິຊາທາງດ້ານວິສະວະກຳ ແລະ ເຕັກນິກ
  • - ຮັກການສ່ອມເເປງ ກວດສອບ
  • - ສົນໃຈໃນລະບົບຂົນສົ່ງທັນສະໄໝ
  • - ສົນໃຈເຄື່ອງຈັກ ແລະ ການແກ້ໄຂບັນຫາດ້ານເຕັກນິກ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ຊ່າງເຕັກນິກຕູ້ລົດໄຟ
  • - ຊ່າງກວດສອບຕູ້ລົດກ່ອນເດີນທາງ
  • - ຊ່າງສ້ອມແປງ ແລະ ບໍາລຸງຮັກສາເຄື່ອງຈັກ
  • - ຊ່າງຄວບຄຸມຄຸນນະພາບ (QC)
  • - ນັກວິເຄາະຂໍ້ມູນການໃຊ້ງານລົດໄຟ
  • - ນັກວາງແຜນການບຳລຸງຮັກສາ
  • - ຊ່າງໃນອຸດສາຫະກຳຂົນສົ່ງ ຫຼື ໂລຈິສຕິກ
  • - ຊ່າງອອກແບບຕູ້ລົດ
  • - ພະນັກງານບໍລິສັດເຄື່ອງຈັກ ຫຼື ສ່ວນປະກອບອິເລັກໂທຣນິກ

12 of 29

ສາຂາວິຊາສັນຍານທາງລົດໄຟ ( ລະບົບຊັ້ນສູງ 12+3 )

3. ສາຂາວິຊາສັນຍານທາງລົດໄຟ ( 铁道通信与信号 )

ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:

  • - ສັນຍານລົດໄຟ
  • - ການບັນຊາການແລ່ນລົດ ແລະ ຄວບຄຸມຂະບວນການແລ່ນລົດໄຟ
  • - ການເຊື່ອມຕໍ່ລະຫວ່າງສະຖານີ
  • - ການສື່ສານທາງລົດໄຟ
  • - ຄອມພິວເຕີ ແລະ ຊອບແວຄວບຄຸມລະບົບ

​

13 of 29

ສາຂາວິຊາສັນຍານທາງລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • -​ ຕ້ອງມີຄວາມຈຳທີ່ດີໃນການສົ່ງສັນຍານ
  • - ຕື່ນຕົວພ້ອມຮັບມືກັບທຸກສະຖານະການ ຫຼື ເຫດການທີ່ບໍ່ຄາດຄິດ
  • - ເປັນຄົວຫົວໄວແກ້ໄຂບັນຫາສະເພາະຫນ້າໄດ້ດີ
  • - ມີຄວາມຮັບຜິດຊອບສູງ
  • - ມີຄວາມສົນໃຈກ່ຽວກັບໄຟຈະລາຈອນ
  • - ມີທັກສະພື້ນຖານດ້ານຄອມພິວເຕີ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ພະນັກງານຄວບຄຸມສັນຍານ
  • - ພະນັກງານໃຫ້ສັນຍານການເດີນລົດ
  • - ພະນັກງານຄວບຄຸມລະບົບການເດີນລົດ
  • - ຊ່າງສ່ອມແປງໄຟສັນຍານ
  • - ວິສະວະກອນລະບົບຄວບຄຸມລົດໄຟ
  • - ຜູ້ກຳກັບການເຄື່ອນໄຫວລົດໄຟ
  • - ວິສະວະກອນຄວບຄຸມລະບົບໂອໂຕ້
  • - ພະນັກງານ IT ໃນດ້ານເຄືອຂ່າຍລະບົບຂົນສົ່ງ
  • - ຜູ້ປະສານງານລະຫວ່າງການຂົນສົ່ງ

​

​

14 of 29

ສາຂາວິຊາວິສະວະກຳທາງລົດໄຟ ( ລະບົບຊັ້ນສູງ 12+3 )

  1. ສາຂາວິຊາວິສະວະກຳທາງ ( 铁道工程 )

ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:

  • - ການກວດກາ ແລະ ການສ່ອມແປງເສັ້ນທາງລົດໄຟ
  • - ການກວດກາ ແລະ ການສ່ອມແປງຂົວ ແລະ ອຸໂມງ
  • - ໂຄງສ້າງພື້ນຖານເສັ້ນທາງ, ຂົວ ແລະ ອຸໂມງ
  • - ການກວດກາຂໍ້ບົກພ່ອງຂອງລາງລົດໄຟ
  • - ພື້ນຖານວິສະວະກຳທົ່ວໄປ (ຄະນິດສາດ, ຟີຊິກ, ເຄມີ)
  • - ລະບົບລົດໄຟ

​

15 of 29

ສາຂາວິຊາວິສະວະກຳທາງລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • - ມີວິໄນສູງ ແລະ ຮັກການເຮັດວຽກຢ່າງລະອຽດ
  • - ມີຄວາມສາມາດໃນການແກ້ໄຂບັນຫາ
  • - ມີຄວາມສົນໃຈດ້ານວິສະວະກຳ ແລະ ລະບົບເຄື່ອນໄຫວ
  • - ມີທັກສະສ່ອມແປງ ຫຼື ວິຊາຊ່າງ
  • - ມີຄວາມສົນໃຈດ້ານໂຄງສ້າງ, ອອກເເບບ ແລະ ກໍ່ສ້າງ
  • - ມີຄວາມຮູ້ດ້ານຄະນິດສາດ, ໄຟຟ້າ ແລະ ຄອມພິວເຕີ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ວິສະວະກອນລົດໄຟ
  • - ຊ່າງແປງເສັ້ນທາງລົດໄຟ, ຂົວ ແລະ ອຸໂມງ
  • - ຊ່າງສ່ອມແປງອຸປະກອນຕ່າງໆໃນການເດີນລົດ
  • - ພະນັກງານກວດກາ ແລະ ບຳລຸງຮັກສາເສັ້ນທາງລົດໄຟ, ຂົວ ແລະ ອຸໂມງ
  • - ຜູ້ບໍລິຫານຄວາມປອດໄພການເດີນລົດໄຟ

ນອກວົງການລົດໄຟ:

  • - ວິສະວະກອນໄຟຟ້າ, ເຄື່ອງຈັກ, ສື່ສານ, ສັນຍານ
  • - ພະນັກງານໃນໂຄງການກໍ່ສ້າງຂົນສົ່ງ ແລະ ໂຄງການຂະໜາດໃຫຍ່
  • - ສາມາດພັດທະນາໄປເປັນ ນັກວິຈັຍ, ອາຈານ, ຜູ້ຈັດການໂຄງການ

​

​

​

16 of 29

ສາຂາວິຊາການສະໜອງໄຟຟ້າທາງລົດໄຟ ( ລະບົບຊັ້ນສູງ 12+3 )

5. ສາຂາວິຊາການສະໜອງໄຟຟ້າທາງລົດໄຟ ( 铁道供电 )

ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:

  • -​ ພື້ນຖານກ່ຽວກັບວິສະວະກໍາໄຟຟ້າ
  • - ການອອກແບບ ແລະ ການບຳລຸງຮັກສາລະບົບໄຟຟ້າໃນລົດໄຟ
  • - ສະຖານີສົງຈ່າຍໄຟຟ້າ
  • - ລະບົບສາຍສ່ົງດ້ານເທິງລົດໄຟ
  • - ລະບົບໄຟຟ້າພາຍໃນ ແລະ ນອກອາຄານ
  • - ການປະຖົມພະຍາບານເບື້ອງຕົ້ນ
  • - ການຮັບມືກັບອຸບັດເຫດ

17 of 29

ສາຂາວິຊາການສະໜອງໄຟຟ້າທາງລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • - ມີຄວາມສົນໃຈດ້ານໄຟຟ້າ, ເຄື່ອງຈັກ, ແລະ ລະບົບອັດຕະໂນມັດ
  • - ຮັກການແກ້ໄຂປັນຫາແບບລະອຽດ ແລະ ມີຄວາມອົດທົນ
  • - ມີຄວາມສາມາດດ້ານຄິດວິເຄາະ ແລະ ລະບຽບວິໄນສູງ
  • - ມີຄວາມຮອບຄອບລະມັດລະວັງໂຕ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ຊ່າງໄຟຟ້າລົດໄຟ
  • - ນັກຄວບຄຸມລະບົບຄວາມປອດໄພລົດໄຟ
  • - ພະນັກງານບຳລຸງລະບົບໄຟຟ້າໃນສະຖານີລົດໄຟ
  • - ວິສະວະກອນໄຟຟ້າລະບົບລົດໄຟ

ນອກວົງການລົດໄຟ:

  • - ຊ່າງໄຟຟ້າໃນໂຮງງານ ຫຼື ລະບົບອຸດສາຫະກຳ
  • - ພະນັກງານລັດວິສາຫະກິດການໄຟຟ້າລາວ
  • - ພະນັກງານຕາມເຂື່ອນໄຟຟ້າຕ່າງໆ
  • - ວິສະວະກອນລະບົບອັດຕະໂນມັດ
  • - ພະນັກງານໃນສາຍການຂົນສົ່ງ ແລະ ພະລັງງານ
  • - ສາມາດໄປຮຽນຕໍ່ວິຊາໄຟຟ້າ ຫຼື ວິສະວະກໍາໄດ້

​

18 of 29

ສາຂາວິຊາຄຸ້ມຄອງການຂົນສົ່ງທາງລົດໄຟ ( ລະບົບຊັ້ນສູງ 12+3 )

6. ສາຂາວິຊາຄຸ້ມຄອງການຂົນສົ່ງທາງລົດໄຟ ( 铁道运输 )

  • ສິ່ງທີ່ຈະໄດ້ຮຽນເບື້ອງຕົ້ນມີດັ່ງນີ້:
  • - ພື້ນຖານການຂົນສົ່ງ ແລະ ໂລຈິສຕິກ
  • - ສະຖານີຂົນສົ່ງຜູ້ໂດຍສານ
  • - ສະຖານີຂົນສົ່ງສິນຄ້າ ແລະ ສະໜາມສິນຄ້າ
  • - ສະຖານີລະຫວ່າງທາງ ແລະ ສະຖານີເຂດຕອນ
  • - ປັບບຸກຂະລິກກະພາບທັງຫາຍໃນ ແລະ ພາຍນອກ
  • - ມາລະຍາດໃນການຕ້ອນຮັບ ແລະ ໃຫ້ບໍລິການລູກຄ້າ
  • - ລະບົບຂາຍປີ້ລົດໄຟ
  • - ຄວາມຮູ້ດ້ານຄອມພິວເຕີ ແລະ ການສື່ສານ
  • - ການຮັບສົ່ງລົດ ແລະ ການໃຫ້ສັນຍານ
  • - ກົດລະບຽບ ແລະ ຄວາມປອດໄພ

​

​

​

19 of 29

ສາຂາວິຊາຄຸ້ມຄອງການຂົນສົ່ງທາງລົດໄຟ ( ລະບົບຊັ້ນສູງ 12+3 )

ຄົນທີ່ເໝາະສົມຮຽນສາຂານີ້ິ:

  • - ມີຄວາມກ້າສະເເດງອອກ, ມີອັດທະຍາໄສດີ, ຍິ້້ມແຍ້ມແຈ່ມໃສ, ສຸພາບຮຽບຮ້ອຍ ແລະ ລົມເກັ່ງເວົ້າມ່ວນ
  • - ມີທັກສະ ແລະ ຈິດຕະວິທະຍາໃນການເວົ້າ ແລະ ການສະແດງອອກ
  • - ມີຄວາມຮັບຜິດຊອບສູງ, ມີທັກສະໃນການຄິດວາງແຜນ ແລະ ແກ້ໄຂບັນຫາ
  • - ມີຄວາມອົດທົນສູງພ້ອມຮັບມືກັບລູກຄ້າ ແລະ ມີຄວາມຕື່ນຕົວພ້ອມຮັບມືກັບທຸກບັນຫາທີ່ບໍ່ຄາດຄິດ
  • - ຮູ້ຈັກກາລະເທສະ, ຮັກໃນການບໍລິການ ແລະ ສາມາດເຮັດວຽກເປັນທີມໄດ້
  • - ມີຄວາມຮູ້ພື້ນຖານດ້ານຄອມພິວເຕີ
  • - ມີທັກສະການສື່ສານພາສາຈີນ ຫຼື ອັງກິດຈະເປັນຂໍ້ໄດ້ປຽບຫຼາຍ

ອາຊີບທີ່ເເນະນຳເບື້ອງຕົ້ນ:

  • - ພະນັກງານບໍລິການເທິງລົດໄຟ ແລະ ຕາມສະຖານີຕ່າງໆ
  • - ພະນັກງານຮັບ-ສົ່ງລົດ ແລະ ຮັບ-ສົ່ງຜູ້ໂດຍສານ
  • - ພະນັກງານຂາຍປີ້, ກວດປີ້ ແລະ ກວດກາຜູ້ໂດຍສານ
  • - ພະນັກງານຝ່າຍປະຊາສຳພັນ
  • - ພະນັກງານຕອນຮັບຜູ້ໂດຍສານ
  • - ພະນັກງານຈັດຕາຕະລາງລົດໄຟ ຫຼື ຈັດການຜູ້ໂດຍສານ
  • - ພະນັກງານຈັດການສະຖານີ
  • - ພະນັກງານຈັດແຈງສິນຄ້າ ແລະ ຮັບ-ສົ່ງສິນຄ້າ

20 of 29

ສາຂາວິຊາຄຸ້ມຄອງການຂົນສົ່ງທາງລົດໄຟ ( ລະບົບຊັ້ນສູງ 12+3 )

ນອກວົງການລົດໄຟ:

  • - ພະນັກງານຕ້ອນຮັບເທິງສາຍການບິນ ແລະ ເທິງເຮືອ
  • - ພະນັກງານເຄົ້າເຕີຫນ້າໂຮງແຮມ ແລະ ຮ້ານອາຫານ
  • - ພະນັກງານຂົນສົ່ງ ໃນບໍລິສັດຂົນສົ່ງສິນຄ້າເຊັ່ນ: ມີໄຊ, ອານຸສິດ ແລະ ຮຸ່ງອາລຸນ
  • - ພະນັກງານແປພາສາ
  • - ພະນັກງານຂົນສົ່ງສິນຄ້າທາງເຮືອ
  • - ພະນັກງານດ່ານພາສີທາງການຂົນສົ່ງສິນຄ້າ
  • - ພະນັກງານບໍລິສັດນຳເຂົ້າ-ສົ່ງອອກ
  • - ພະນັກງານນຳທ່ຽວ
  • - ພະນັກງານ Call Center ຫຼື Customer Service
  • - ພະນັກງານການຕະຫຼາດ

21 of 29

ລະບົບການຮຽນ-ການສອນ

ຫຼັກສູດການຮຽນ-ການສອນເເມ່ນເປັນພາສາລາວ ທີ່ໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ເເລະ ກິລາລາວ ນອກຈາກຮຽນວິຊາສະເພາະໃນ 6 ສາຂາເບື້ອງຕົ້ນເເລ້ວນັ້ນຍັງໄດ້ຮຽນຮູ້ພາສາຈີນພື້ນຖານ ເເລະ ພາສາຈີນວິຊາສະເພາະຕັ້ງເເຕ່ປີ 1 ເຖິງປີ 3 ໂດຍມີຄູສອນທີ່ມີປະສົບການຫຼາຍປີພ້ອມທັງ ມີຊ່ຽວຊານຈີນຈາກວິທະຍາໄລເຕັກນິກ-ວິຊາຊີບການລົດໄຟນະຄອນຄຸນຫມິງເຈົ້າຂອງພາສາຈີນ ມາປະຈຳການ ແລະ ສິດສອນດ້ວຍຕົນເອງພ້ອມທັງມີຄູລາວສອນຮ່ວມກັນ ຄູຜູ້ສິດສອນກໍໄດ້ສຳເລັດການສຶກສາວິຊາສະເພາະທາງລົດໄຟຈາກວິທະຍາໄລເຕັກນິກ-ວິຊາຊີບການລົດໄຟນະຄອນຄຸນຫມິງ ສປ ຈີນ ແລະ ຜູ້ບໍລິຫານລ້ວນເເລ້ວເເຕ່ເປັນຜູ້ມີປະສົບການໃນການຄຸ້ມຄອງບໍລິຫານມາເເລ້ວ

22 of 29

ກິດຈະກຳນອກຫຼັກສູດ

ໄປທັດສະນະສຶກສາຕົວຈິງຢູ່ບໍລິສັດການລົດໄຟລາວ-ຈີນ

23 of 29

ກິດຈະກຳນອກຫຼັກສູດ

ກິດຈະກຳຮັບນ້ອງ

24 of 29

ກິດຈະກຳນອກຫຼັກສູດ

ການສະເເດງສິລະປະວັນນະຄະດີ ແລະ ມາລະຍາດ

25 of 29

ກິດຈະກຳນອກຫຼັກສູດ

ການແຂ່ງຂັນກິລາ

26 of 29

ກິດຈະກຳນອກຫຼັກສູດ

ອອກແຮງງານລວມ

27 of 29

ກິດຈະກຳນອກຫຼັກສູດ

ການແຂ່ງຂັນທັກສະວິຊາຊີບ

28 of 29

ກິດຈະກຳນອກຫຼັກສູດ

ການແຂ່ງຂັນວັດລະດັບພາສາຈີນ

29 of 29

ເງື່ອນໄຂ ແລະ ເອກະສານສະໝັກສອບເສັງ

  • - ຈົບມັດທະຍົມຕອນປາຍ ຫຼື ມ 7 ຂຶ້ນໄປ
  • - ໃບຄຳຮ້ອງສະໝັກເຂົ້າຮຽນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ 1 ຊຸດ
  • - ສຳເນົາໃບປະກາດສະນີຍະບັດ, ໃບຄະເເນນ ມ ປາຍ ແລະ ໃບສະໝັກເຂົ້າຫ້ອງເສັງ 1 ຊຸດ
  • - ຮູບ 3x4 ບໍ່ເກີນ 3 ເດືອນ ຈຳນວນ 3 ໃບ

​