1 of 12

ການອອກແບບແຜນການສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ

2 of 12

ກິດຈະກຳ 5: ວັດ​ຖຸ​ປະ​ສົງ​ການ​ຮຽນ​ຮູ້

ໃນຕອນທ້າຍຂອງກິດຈະກຳ, ຜູ້ເຂົ້າຮ່ວມຄວນ:

  • ໄດ້ກວດກາເບິ່ງສິ່ງທີ່ເຮັດໃຫ້ແຜນບົດຮຽນຄໍານຶງເຖິງຄວາມສະເໝີພາບທາງເພດ

  • ເຂົ້າໃຈຫຼັກການສອນບາງຢ່າງທີ່ຄໍານຶງເຖິງຄວາມສະເໝີພາບທາງເພດເພື່ອພິຈາລະນາໃນເວລາສ້າງແຜນບົດຮຽນ, ແລະ ຍຸດທະສາດເພື່ອຈັດຕັ້ງປະຕິບັດ.

3 of 12

ຊຸດເຄື່ອງມືຝຶກອົບຮົມທີ 8ກ - ຂັ້ນຕອນການວາງແຜນການສິດສອນ

ໃນປະເທດລາວ ທ່ານມີ 4 ແບບແຜນການຮຽນການສອນ.

ປະເພດໃດແດ່ທີ່ຄ້າຍຄືກັບແຜນຂອງທ່ານຫຼາຍທີ່ສຸດ?

4 ຂັ້ນຕອນສຳຄັນແມ່ນຫຍັງ?

4 of 12

ແຜນການສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ

    • ຄຸນນະພາບໃນບົດຮຽນແມ່ນຂຶ້ນກັບການວາງແຜນຢ່າງລະອຽດ ແລະ ມີປະສິດທິພາບ.
    • ສິ່ງໃດແດທີ່ພວກເຮົາຈໍາເປັນຕ້ອງໄດ້ຕັດສິນໃຈໃນເວລາເຮັດແຜນບົດຮຽນ?
    • ໃນຂະນະທີ່ຄູຫຼາຍຄົນມີທັກສະໃນການພັດທະນາແບບແຜນບົດຮຽນທີ່ດີ, ການເຮັດໃຫ້ແຜນການສອນຄໍານຶງເຖິງຄວາມສະເໝີພາບທາງເພດຕ້ອງການທັກສະ ແລະ ທັດສະນະຄະຕິຊຸດພິເສດ.

5 of 12

ການສ້າງແຜນການສອນ ທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ

  • ເຖິງແມ່ນວ່າເນື້ອໃນຂອງບົດຮຽນ ມັກຈະໄດ້ຮັບການກໍານົດໂດຍຫຼັກສູດ ຫຼື ໂຄງສ້າງລາຍວິຊາ, ຄູຍັງເປັນຜູ້ທີ່ຮັບຜິດຊອບເພື່ອຮັບປະກັນເຮັດໃຫ້ບົດຮຽນມີລັກສະນະທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ.
  • ບາງຫົວຂໍ້ສະເພາະ ຊ່ວຍໃຫ້ທ່ານສາມາດຕັ້ງຄໍາຖາມກ່ຽວກັບບົດບາດທາງເພດຢ່າງຈະແຈ້ງໃນເວລາສິດສອນ, ຕົວຢ່າງ, ຫົວຂໍ້ກ່ຽວກັບອາຊີບທີ່ແຕກຕ່າງກັນ, ແລະ ຄວາມຮັບຜິດຊອບດ້ານຄອບຄົວພາຍໃນເຮືອນຊານ. ບາງບົດຮຽນອາດຈະໄດ້ຮັບການອອກແບບແລ້ວ ເພື່ອແກ້ໄຂການພິຈາລະນາບົດບາດທາງເພດ.
  • ເມື່ອສ້າງບົດສອນ, ມັນເປັນປະໂຫຍດທີ່ຈະຄິດເຖິງບາງຄໍາຖາມເປີດ, ກະຕຸ້ນຄວາມຄິດທີ່ທ້າທາຍຕໍ່ບົດບາດທາງເພດທີ່ກ່ຽວຂ້ອງກັບບົດຮຽນ.
  • ກໍານົດຈຸດປະສົງທີ່ຊັດເຈນຂອງບົດຮຽນໂດຍການຄິດທົບທວນເຖິງຜົນໄດ້ຮັບທີ່ຄາດໄວ້ຂອງນັກຮຽນທຸກຄົນທີ່ກວມເອົາການພັດທະນາຄວາມຮູ້, ການພັດທະນາທັກສະ, ແລະ ການພັດທະນາທັດສະນະຄະຕິ.

6 of 12

ການສ້າງບົດສອນ

ເພື່ອເຮັດໃຫ້ການນໍາສົ່ງຄວາມຮູ້ມີການຄໍານຶງເຖິງບົດບາດທາງເພດ, ທ່ານຄວນຄິດທົບທວນເຖິງລັກສະນະດັ່ງຕໍ່ໄປນີ້ ໃນລະຫວ່າງການສ້າງບົດສອນຂອງບົດຮຽນນັ້ນ:

  • ວິທີການທີ່ທ່ານສົ່ງຄວາມຮູ້, ຈົ່ງລະນຶກເຖິງອົງປະກອບຂອງຫ້ອງຮຽນ, ຈໍານວນເດັກຊາຍ ແລະ ເດັກຍິງ ແລະ ຄວາມຕ້ອງການສະເພາະຂອງເຂົາເຈົ້າ;
  • ສະພາບແວດລ້ອມ, ລວມທັງການຈັດສັນບ່ອນນັ່ງ;
  • ກິດຈະກໍາ ແລະ ສື່ການຮຽນ ແລະ ພິຈາລະນາເຖິງຄວາມອ່ອນໄຫວທາງເພດ;
  • ປະຕິກິລິຍາການຕອບສະໜອງກັບນັກຮຽນ ແລະປະຕິກິລິຍາການຕອບສະໜອງລະຫວ່າງນັກຮຽນດ້ວຍກັນ, ລວມທັງການນໍາໃຊ້ພາສາ; ແລະ
  • ການປະເມີນຜົນນັກຮຽນ.

7 of 12

ເພດໃນຮູບພາບ

ລອງເບິ່ງຮູບພາບຂ້າງລຸ່ມນີ້. ຈັບຄູ່ສົນທະນາສັ້ນໆ:

  • ນັກຮຽນຈະຮັບຮູ້ຮູບພາບເຫຼົ່ານີ້ແນວໃດ?
  • ຮູບພາບເຫຼົ່ານີ້ສື່ສານຂໍ້ຄວາມຫຍັງກ່ຽວກັບບົດບາດຍິງ-ຊາຍ?

8 of 12

ຫຼັກການໃນການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ

ຫຼັກການໃນການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ:

    • ການມີສ່ວນຮ່ວມ (Inclusion) : ຮັບປະກັນໃຫ້ນັກຮຽນທຸກຄົນຮູ້ສຶກມີຄວາມສໍາຄັນ ແລະ ມີຄຸນຄ່າ.
    • ຄວາມສະເໝີພາບ (Equity) : ແກ້ໄຂຄວາມບໍ່ສະເໝີພາບທາງເພດ ແລະ ໃຫ້ທຸກຄົນມີໂອກາດເທົ່າທຽມກັນ.
    • ການສ້າງຄວາມເຂັ້ມແຂງ (Empowerment): ຊຸກຍູ້ການຄິດວິເຄາະມີເຫດມີຜົນ ກ່ຽວກັບມາດຕະຖານການປະຕິບັດທາງເພດ (gender norms).

ການສິດສອນທີ່ມີການຫັນປ່ຽນ :

    • ການສິດສອນທີ່ມີການຫັນປ່ຽນດ້ານຄວາມສະເໝີພາບທາງເພດ ກ້າວໄປເກີນກວ່າການປ່ຽນແປງແບບຜິວເຜີນດ້ານນອກເທົ່ານັ້ນ ສູ່ການທ້າທາຍບັນດາມາດຕະຖານທໍານຽມການປະຕິບັດທາງສັງຄົມ.

9 of 12

ການມີສ່ວນຮ່ວມ (Inclusion)

    • ການມີສ່ວນຮ່ວມທີ່ກ້າວໄປນອກເໜືອຈາກເດັກນ້ອຍຢູ່ໃນຫ້ອງຮຽນ. ມັນໝາຍເຖິງການສ້າງສະພາບແວດລ້ອມທີ່ນັກຮຽນທຸກຄົນຮູ້ສຶກວ່າໄດ້ຖືກເຫັນຄວາມສໍາຄັນ, ໄດ້ຮັບການຮັບຟັງ, ແລະ ມີຄຸນຄ່າ.
    • ຍຸດທະສາດ:
      • ຕົວຢ່າງທີ່ຫຼາກຫຼາຍ: ໃຊ້ຕົວຢ່າງທີ່ເປັນຕົວແທນຂອງ ເພດ, ວັດທະນະທໍາ, ແລະ ພື້ນຖານທີ່ມາ ຕ່າງໆ.
      • ສຽງຂອງນັກຮຽນ : ຊຸກຍູ້ໃຫ້ນັກຮຽນແບ່ງປັນທັດສະນະຄະຕິ ແລະປະສົບການຂອງພວກເຂົາ.
      • ການຂັບເຄື່ອນດ້ວຍກຸ່ມ (Group Dynamics): ໃຫ້ແນ່ໃຈວ່າກິດຈະກໍາກຸ່ມ ແມ່ນປະກອບມີການມີສ່ວນຮ່ວມຂອງທຸກຄົນ ແລະ ມີການຮ່ວມມືກັນ, ໂດຍທີ່ເດັກຍິງ ແລະ ເດັກຊາຍ ໄດ້ຮັບໂອກາດໃນການນໍາພາ ໃນກິດຈະກໍາ.

10 of 12

ຄວາມສະເໝີພາບ (Equity)

    • ຄວາມສະເໝີພາບ (Equity) ຮັບຮູ້ວ່ານັກຮຽນທີ່ແຕກຕ່າງກັນມີຄວາມຕ້ອງການ ແລະ ຈຸດເລີ່ມຕົ້ນທີ່ແຕກຕ່າງກັນ. ມີຈຸດປະສົງເພື່ອເຮັດໃຫ້ມີຄວາມເທົ່າທຽມກັນ.
    • ຍຸດທະສາດ:
      • ການສິດສອນແນະນໍາທີ່ແຕກຕ່າງກັນ: ດັດປັບວິທີການສິດສອນ ໃຫ້ຮອງຮັບ ຮູບແບບການຮຽນຮູ້ທີ່ຫຼາກຫຼາຍ ແລະ ນໍາໃຊ້ວິທີການສິດສອນແບບປະສົມປະສານ.
      • ການປະເມີນຜົນດ້ວຍຄວາມຍຸດຕິທໍາ: ຫຼີກເວັ້ນຄວາມລໍາອຽງທາງເພດ ໃນການໃຫ້ຄະແນນ ແລະ ການປະເມີນຜົນນັກຮຽນ.
      • ການຈັດສັນແຫຼ່ງຊັບພະຍາກອນ: ສະໜອງການເຂົ້າເຖິງແຫຼ່ງຊັບພະຍາ ກອນການຮຽນທີ່ເທົ່າທຽມກັນ (ປຶ້ມ, ເຕັກໂນໂລຢີ, ແລະ ອື່ນໆ).

11 of 12

ການສ້າງຄວາມເຂັ້ມແຂງ (Empowerment)

    • ການສ້າງຄວາມເຂັ້ມແຂງ ກ່ຽວຂ້ອງກັບການທ້າທາຍມາດຕະ ຖານທໍານຽມການປະຕິບັດທາງເພດແບບດັ້ງເດີມ ແລະ ສົ່ງເສີມການຄິດແບບວິເຄາະມີເຫດມີຜົນ.
    • ຍຸດທະສາດ:
      • ການຄິດທົບທວນແບບມີເຫດຜົນ: ຊຸກຍູ້ໃຫ້ນັກຮຽນຕັ້ງຄໍາຖາມ ກ່ຽວກັບ ຄວາມເຊື່ອແບບເໝົາລວມທາງເພດ (stereotypes) ແລະ ຄວາມຄາດຫວັງຂອງສັງຄົມ, ຕົວຢ່າງ ເມື່ອພວກເຂົາເຫັນສິ່ງເຫຼົ່ານີ້ຢູ່ໃນສື່ການສອນ.
      • ບຸກຄົນຕົວແບບ: ຍົກໃຫ້ເຫັນຜົນສໍາເລັດຂອງບຸກຄົນ ທີ່ທໍາລາຍເພດານຄວາມເຊື່ອທາງເພດ.
      • ການພັດທະນາທັກສະ: ເຝຶກຝົນນັກຮຽນໃຫ້ມີທັກສະທີ່ທ້າທາຍຕໍ່ຄວາມລໍາອຽງ ທີ່ຢູ່ນອກເໜືອໄປຈາກຫ້ອງຮຽນ.

12 of 12

ການຮຽນຮູ້ແບບຫັນປ່ຽນ

    • ​ການ​ຮຽນ​ຮູ້​ແບບ​ຫັນ​ປ່ຽນ​ມີ​ຈຸດ​ປະ​ສົງ​ທີ່ຈະ​ປ່ຽນ​ແປງຢ່າງ​ເລິກ​ເຊິ່ງ ແລະ ຍືນ​ຍົງ​. ບໍ່ແມ່ນການດັດປັບເພື່ອແກ້ໄຂບັນຫາເຊິ່ງໜ້າ ແຕ່ແກ້ບັນຫາລະດັບໃນລະບົບ.
    • ຍຸດທະສາດ:
      • ວິເຄາະມາດຕະຖານທາງເພດ: ມີສ່ວນຮ່ວມກັບນັກຮຽນໃນການສົນທະນາກ່ຽວກັບບົດບາດຍິງ-ຊາຍ,ການຂັບເຄື່ອນດ້ວຍກຸ່ມ, ແລະ ສິດທິພິເສດ.
      • ຊຸກຍູ້ໃຫ້ນັກຮຽນປະຕິບັດ (ເຊັ່ນ: ການຈັດການປູກຈິດສໍານຶກ, ສົ່ງເສີມການປ່ຽນແປງ).