1 of 2

ບົດທີ 13: ການຈັດສັນຫ້ອງຮຽນຂອງຂ້ອຍ

ຈຸດປະສົງການຮຽນຮູ້

ໃນຕອນທ້າຍຂອງບົດຮຽນນີ້ ຜູ້ເຂົ້າຮ່ວມຈະ:

  • ເຂົ້າໃຈຄວາມສໍາຄັນຂອງການຈັດສັນຫ້ອງຮຽນເພື່ອປັບປຸງການຮຽນ ແລະ ການມີສ່ວນຮ່ວມຂອງທັງ ເດັກຊາຍ ແລະ ເດັກຍິງ
  • ສະເໜີວິທີທີ່ຈະສ້າງການຈັດສັນຫ້ອງຮຽນຂອງພວກເຂົາເອງໂດຍການເອົາເດັກນັກຮຽນເປັນໃຈກາງ, ສຳລັບທຸກຄົນ ແລະ ຕອບສະໜອງຕໍ່ບົດບາດທາງເພດຫຼາຍຂຶ້ນ

2 of 2

ບົດທີ 13: ການຈັດຫ້ອງຮຽນຂອງຂ້າພະເຈົ້າ

  • ກິດຈະກໍາ 1: ໂດຍເຈດຕະນາ, ນໍາໃຊ້ຕົວຢ່າງທີ່ບໍ່ດີຂອງແຜນທີ່ການຈັດຫ້ອງຮຽນ ເບິ່ງທີ່ແຫຼ່ງຊັບພະຍາກອນ 13 ຂ&ຄ) – ແນວຄວາມຄິດແມ່ນບັນດາຜູ້ເຂົ້າຮ່ວມທໍາອິດ ທົບທວນໃຫ້ເຫັນເຖິງວິທີການຈັດຫ້ອງຮຽນໃນປັດຈຸບັນ ແລະ ບ່ອນທີ່ນັກຮຽນນັ່ງ, ແລະ ເລີ່ມຄິດທົບທວນເຖິງວິທີການແກ້ໄຂປັບປຸງ.
  • ໃນກິດຈະກໍາ 2 ພວກເຂົາເຈົ້າຈະຕ້ອງແຕ້ມແຜນທີ່ການຈັດຫ້ອງຮຽນຂອງຕົນເອງ ເນື່ອງຈາກປັດຈະບັນແມ່ນນໍາໃຊ້ຫຼັກການເກົ່າແບບດຽວກັນ.
  • ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຈະສະແດງແຜນທີ່ຂອງພວກເຂົາຢູ່ເທິງຝາຫ້ອງ…. ແລະ ນໍາໃຊ້ແຫຼ່ງຊັບພະຍາກອນ 13ກ ເພື່ອໃຫ້ຜູ້ເຂົ້າຮ່ວມເລາະເບິ່ງແຜນທີ່ແລະ ບັນທຶກກ່ຽວກັບສິ່ງທົ່ວໄປທີ່ພວກເຂົາສັງເກດເຫັນ….
  • ຫຼັງຈາກນັ້ນ, ມີການສົນທະນາຊີ້ນໍາ ກ່ຽວກັບບາງບັນຫາທີ່ສໍາຄັນໂດຍນໍາໃຊ້ຄໍາຖາມໃນກິດຈະກໍາ 2, ຂໍ້ທີ 7 ແລະ ແຫຼ່ງຊັບພະຍາກອນຄູ່ມືແນະນໍາ 13ງ.
  • ຕໍ່ໄປຜູ້ເຂົ້າຮ່ວມສະເໜີແນວຄວາມຄິດ ກ່ຽວກັບວິທີການປັບປຸງແຜນທີ່ຂອງພວກເຂົາ….. ໂດຍການນໍາໃຊ້ຄໍາຖາມໃນ ຂໍ້ 8 ແລະ ແຫຼ່ງຊັບພະຍາກອນ 13ກ ເພື່ອນໍາພາການສົນທະນາ.