1 of 26

ຂັ້ນຕອນການເລີ່ມຕົ້ນທຸລະກິດ

ແລະ ຂັ້ນຕອນການແຈ້ງຂຶ້ນທະບຽນວິສາຫະກິດ

ນໍາສະເໜີໂດຍ: ທ່ານ ນາງ ວົງປະດິດ ວົງສະຫວາດ

ຮອງຫົວໜ້າກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ໂທລະສັບ: 020 55617182 (www.ned.moic.gov.la),(www.bned.moic.gov.la)

ບົດ​ນໍາສະເໜີ

2 of 26

ຂັ້ນຕອນການເລີ່ມຕົ້ນທຸລະກິດ(ກ່ອນຄໍາສັ່ງ 02/ນຍ)

  1. ການຂຶ້ນທະບຽນວິສາຫະກິດ (2-3 ເດືອນ);
  2. ການຈົດກົດລະບຽບບໍລິສັດ ( 1 ອາທິດ) ;
  3. ການຂໍເລກລະຫັດປະຈໍາຕົວຜູ້ເສຍອາກອນ ( 1 ເດືອນ);
  4. ການປະຖົມນິເທດ ແລະມອບເລກລະຫັດປະຈໍາຕົວຜູ້ເສຍອາກອນ (1 ເດືອນ) ;
  5. ການຄວັດຕາປະທັບ (2 ອາທິດ) ;
  6. ການຈົດທະບຽນນໍາໃຊ້ຕາປະທັບ (1-2 ອາທິດ) ;
  7. ການຂໍອະນຸຍາດປ້າຍຊື່ວິສາຫະກິດ (1-2 ອາທິດ) ;
  8. ການຈົດທະບຽນປະກັນສັງຄົມ (1 ອາທິດ) ;
  9. ການຈົດທະບຽນອາກອນມູນຄ່າເພີ່ມ (3 ອາທິດ) ;

( 173ວັນ )

3 of 26

ການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ:

  1. ການຂຶ້ນທະບຽນວິສາຫະກິດ ຈາກ 2-3 ເດືອນ ມາເຫລືອ 3 ວັນ;
  2. ການຈົດກົດລະບຽບບໍລິສັດ (1 ອາທິດ) ຍ້າຍໄປເປັນຂັ້ນຕອນພາຍຫລັງ;
  3. ການຂໍເລກລະຫັດປະຈໍາຕົວຜູ້ເສຍອາກອນ (1 ເດືອນ) ລວມເປັນຂັ້ນຕອນການຂຶ້ນທະບຽນວິສາຫະກິດ;
  4. ການປະຖົມນິເທດ ແລະມອບເລກລະຫັດປະຈໍາຕົວຜູ້ເສຍອາກອນ (1 ເດືອນ) ໄດ້ຖືກຍົກເລີກ;
  5. ການຄວັດຕາປະທັບ (2 ອາທິດ) ຮູບແບບທາງເລືອກ ມີ ຫລື ບໍ່ມີກະໄດ້;
  6. ການຈົດທະບຽນນໍາໃຊ້ຕາປະທັບ (1-2 ອາທິດ) ອອກໃຫ້ພ້ອມຕາປະທັບ (2 ວັນ);
  7. ການຂໍອະນຸຍາດປ້າຍຊື່ວິສາຫະກິດ (1-2 ອາທິດ) ຖືກຍົກເລີກ;
  8. ການຈົດທະບຽນປະກັນສັງຄົມ (1 ອາທິດ) ຍົກໄປເປັນຂັ້ນຕອນຫາຍຫລັງ;
  9. ການຈົດທະບຽນອາກອນມູນຄ່າເພີ່ມ (3 ອາທິດ), ໄດ້ຖຶກຍົກເລີກ ຫັນເປັນນໍາໃຊ້ລະບົບໂອໂຕ່ເລີຍ;

(ກ/ງ,ປກສ,ຮງ,ຖວທ)

4 of 26

ຂັ້ນຕອນການເລີ່ມຕົ້ນທຸລະກິດປະຈຸບັນ

ຍັງເຫລືອພຽງຂັ້ນຕອນດຽວຄື: ຂັ້ນຕອນ ການຂຶ້ນທະບຽນວິສາຫະກິດ ( ໃຊ້ເວລາ 03 ວັນ)

5 of 26

ຂັ້ນຕອນການຂຶ້ນທະບຽນວິສາຫະກິດ�ກໍໄດ້ປັບປຸງກົດໝາຍວ່າດ້ວຍວິສາຫະກິດເປັນແຕ່ລະໄລຍະ�

ປີ 1994

ປີ 2005

ປີ 2022

ປີ 2013

6 of 26

ການປັບປຸງກົດໝາຍສະບັບປະຈຸບັນແມ່ນ

  • ປັບປຸງຫລັກການສ້າງຕັ້ງວິສາຫະກິດໃຫ້ມີຄວາມສະດວກງ່າຍດາຍ;
  • ກໍານົດບ່ອນອີງໃນການກ້າວສູ່ການຂຶ້ນທະບຽນວິສາຫະກິດຮູບແບບ

ເອເລັກ ໂຕຣນິກ( online);

  • ແຍກຂອດການສ້າງຕັ້ງອອກຈາກຂັ້ນຕອນການເລີ່ມຕົ້ນທຸລະກິດ;
  • ແຍກຂອດຄວາມຮັບຜິດຂອງລະຫວ່າງຂະແໜງ ອຄ ແລະ ຂະແໜງ

ການກ່ຽວຂ້ອງ ໃນການຄຸ້ມຄອງຕາມພາລະບົດບາດ;

  • ແລະ ຂອດການຈັດຕັ້ງປະຕິບັດອື່ນໆທີ່ເຫັນວ່າຍັງບໍ່ສອດຄ່ອງ.

7 of 26

ການລົງທຶນຢູ່ ສປປລາວ�ຕາມກົດໝາຍວ່າດ້ວຍວິສາຫະກິດສະບັບປະຈຸບັນ

  • ຜູ້ທີ່ມີຈຸດປະສົງລົງທຶນສ້າງຕັ້ງວິສາຫະກິດຢູ່ ສປປລາວ ຕ້ອງໄດ້ແຈ້ງຂຶ້ນ

ທະບຽນວິສາຫະກິດນໍາຂະແໜງອຸດສາຫະກໍາ ແລະ ການຄ້າ ຫລື ເຂດ

ເສດຖະກິດພິເສດບ່ອນທີ່ວິສາຫະກິດ ມີສໍານັກງານຕັ້ງຢູ່;

  • ພາຍຫລັງທີ່ຂຶ້ນທະບຽນວິສາຫະກິດ ແລ້ວຈຶ່ງໄປຂໍໃບອະນຸຍາດດໍາເນີນ

ທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງໃນກິດຈະການທີ່ຕ້ອງຂໍໃບອະ

ນຸຍາດ;

8 of 26

ຈຸດບໍລິການຂຶ້ນທະບຽນວິສາຫະກິດ

  1. ຈຸດບໍລິການຂຶ້ນທະບຽນວິສາຫະກິດ ແມ່ນມີ 01ຈຸດຢູ່ກົມທະບຽນວິສາຫະກິດ,ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງໃນ18 ແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າຂັ້ນ 146 ເມືອງ,ເຂດເສດຖະກິດພິເສດ 6 ຈຸດລວມທັງໝົດ 173 ຈຸດໃນຂອງເຂດທົ່ວປະເທດ ;
  2. ມີການເຊື່ອມຕໍ່ຖານຂໍ້ມູນວິສາຫະກິດແບບເອເລັກໂຕຣນິກແຕ່ສູນກາງຮອດທ້ອງຖີ່ນ;
  3. ກໍາລັງກະກຽມຄວາມພ້ອມໃຫ້ແກ່ການແຈ້ງຂຶ້ນທະບຽນວິສາຫະກິດແບບເອເລັກໂຕຮນິກ( Online) .

9 of 26

ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ

① ການຂຶ້ນທະບຽນວິສາຫະກິດ ແມ່ນການຮັບຮອງການສ້າງຕັ້ງວິສາຫະກິດຕາມກົດ ໝາຍ ໂດຍຂຶ້ນທະບຽນວິສາຫະກິດຄັ້ງດຽວແມ່ນຕະຫລອດການເຄື່ອນໄຫວຂອງ ວິສາຫະກິດນັ້ນ, ຖືເປັນການແຈ້ງເກີດຂອງວິສາຫະກິດ ຊຶ່ງບໍ່ສາມາດດໍາເນີນທຸລະ ກິດໄດ້ເທື່ອ;

②ໄດ້ແຍກຂອດການຂຶ້ນທະບຽນວິສາຫະກິດ ອອກຈາກ ຂອດການອະນຸຍາດດໍາເນີນ

ທຸລະກິດ

③ໃບທະບຽນວິສາຫະກິດແມ່ນຂຶ້ນເທື່ອດຽວຕະຫລອດໄລຍະການດໍາເນີນທຸລະກິດຂອງວິສາຫະກິດນັ້ນ ບໍ່ມີອາຍຸ

10 of 26

1.) ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 33/ສພຊ, ລົງວັນທີ 29 ທັນວາ 2022

2.) ຂໍ້ຕົກລົງວ່າດ້ວຍເຈົ້າໜ້າທີ່ທະບຽນວິສາຫະກິດ ສະບັບເລກທີ 2405/ອຄ, ລົງວັນທີ 22 ທັນວາ 2023

3.) ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ສະບັບເລກທີ 2406/ອຄ, ລົງວັນທີ 22 ທັນວາ 2023

ບ່ອນອີງໃນການຂຶ້ນທະບຽນວິສາຫະກິດ

11 of 26

ຄວາມໝາຍຂອງໃບທະບຽນວິສາຫະກິດ

  • ໃບທະບຽນວິສາຫະກິດ ໝາຍເຖິງ ເອກະສານຮັບຮອງການສ້າງຕັ້ງວິສາຫະກິດ:

❶ບໍ່ແມ່ນໃບອະນຸຍາດລົງທຶນ / ໃບອະນຸຍາດດໍາເນີນທຸລະກິດ ໂດຍຖືເປັນໃບຢັ້ງຢືນການສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ຖືກຕ້ອງຕາມກົດໝາຍ

❷ມີຄຸນຄ່າທາງດ້ານກົດໝາຍເທົ່າທຽມກັນ (ໃບທະບຽນທີ່ອອກໃນແຕ່ລະຈຸດບໍລິການ)

❸ຄວາມແຕກຕ່າງ ໃບທະບຽນທີ່ນໍາໃຊ້ໃນປະຈຸບັນ ແລະ ສະບັບປັບປຸງໃໝ່:

ບໍ່ຕິດຮູບ; ເລກລະຫັດວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ ເປັນຕົວເລກດຽວກັນ;� ໄດ້ເພີ່ມຂາຮຸ້ນ/ຜູ້ຖືຮຸ້ນ ເຂົ້າໃນເນື້ອໃນໃບທະບຽນວິສາຫະກິດ; ລະບຸຊື່ຜູ້ອໍານວຍການ/ຜູ້ຈັດການ ທັງໝົດເຂົ້າໃນໃບທະບຽນວິສາຫະກິດ (ຜ່ານມາລະບຸພຽງຜູ້ອໍານວຍການໃຫຍ່); � ປ່ຽນຈາກ ການລະບຸກິດຈະການທີ່ສາມາດດໍາເນີນທຸລະກິດໄດ້ເລີຍ ມາເປັນ ລະບຸວັດຖຸປະສົງຂອງການດໍາເນີນທຸລະກິດ ແທນ ຊຶ່ງການລະບຸວັດຖຸປະສົງດັ່ງກ່າວ ແມ່ນບໍ່ສາມາດເຄື່ອນໄຫວທຸລະກິດໄດ້ເທື່ອ (ໃບທະບຽນວິສາຫະກິດ ສະບັບປັບປຸງໃໝ່ ຄັດຕິດມາພ້ອມນີ້)

12 of 26

ຜົນຂອງການຂຶ້ນທະບຽນວິສາຫະກິດ

  • ຜົນຂອງການຂຶ້ນທະບຽນວິສາຫະກິດ:

ວິສາຫະກິດສ່ວນບຸກຄົນ ບໍ່ມີຖານະເປັນນິຕິບຸກຄົນ

② ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ແມ່ນມີຖານະເປັນນິຕິບຸກຄົນ

13 of 26

ການເຄື່ອນໄຫວທຸລະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ

ວິສາຫະກິດ

ກິດຈະການໃນບັນຊີຄວບຄຸມ ໃຫ້ຂໍອະນຸຍາດລົງທຶນ ແລະ ຂໍອະນຸຍາດດໍາເນີນທຸລະກິດ ຈຶ່ງສາມາດດຳເນີນທຸລະກິດໄດ້;

ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ໃຫ້ຂໍອະນຸຍາດດຳເນີນທຸລະກິດ ຈຶ່ງສາມາດດຳເນີນທຸລະກິດໄດ້;

ສໍາລັບ ກິດຈະການທີ່ສາມາດດຳເນີນທຸລະກິດໄດ້ເລີຍ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ເງື່ອນໄຂ ກ່ຽວກັບທຸລະກິດນັ້ນຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ກ່ອນຈະດໍາເນີນທຸລະກິດ

14 of 26

ການກໍານົດທຶນຈົດທະບຽນວິສາຫະກິດ

- ກົດໝາຍວ່າດ້ວຍວິສາຫະກິິດ ບໍ່ໄດ້ກໍານົດທຶນຈົດທະບຽນຂັ້ນຕໍ່າ

- ແຕ່ໃນບາງປະເພດທຸລະກິດທີ່ມີຄວາມຈໍາເປັນ ຂະແໜງການກ່ຽວຂ້ອງມີສິດກໍານົດທຶນຈົດທະບຽນວິສາຫະກິດຕໍ່າສຸດ;

15 of 26

15

ຮູບການ ແລະ ຮູບແບບວິສາຫະກິດ

  • ຮູບການວິສາຫະກິດ ມີ ສາມ ຮູບການ:

❶ ວິສາຫະກິດສ່ວນບຸກຄົນ;

❷ ວິສາຫະກິດຮຸ້ນສ່ວນ;

  • ບໍລິສັດ.
  • ຮູບແບບວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ມີ ຫ້າ ຮູບແບບ:

① ວິສາຫະກິດຮຸ້ນສ່ວນສາມັນ;

② ວິສາຫະກິດຮຸ້ນສ່ວນຈຳກັດ;

③ ບໍລິສັດຈໍາກັດ;

ບໍລິສັດຈໍາກັດຜູ້ດຽວ;

ບໍລິສັດມະຫາຊົນ.

16 of 26

ເອກະສານປະກອບໃນການແຈ້ງຂຶ້ນທະບຽນວິສາຫະກິດ

ກ. ເອກະສານແຈ້ງຂຶ້ນທະບຽນ ວິສາຫະກິດສ່ວນບຸກຄົນ:

ຄຳຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດສ່ວນບຸກຄົນ ຕາມແບບພິມ;

❷ ສໍາເນົາ ບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ ແລະ ສໍໍາເນົາ ໜັງສືຜ່ານແດນ

ສໍາລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້.

  • ນອກຈາກ ເອກະສານຂ້າງເທິງນີ້ ໃຫ້ປະກອບເພີ່ມເຕີມ ຕາມແຕ່ລະກໍລະນີ:

- ຜູ້ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ມາດ້ວຍຕົນເອງ ຕ້ອງມີໃບມອບສິດ; �- ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ໜັງສືແຕ່ງຕັ້ງຜູ້ຈັດການ.

17 of 26

ເອກະສານປະກອບໃນການແຈ້ງຂຶ້ນທະບຽນວິສາຫະກິດ(ຕໍ່)

ຂ. ເອກະສານແຈ້ງຂຶ້ນທະບຽນ ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ:

ຄຳຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຕາມແບບພິມ;

ສັນຍາສ້າງຕັ້ງວິສາຫະກິດ ຍົກເວັ້ນບໍລິສັດຈໍາກັດຜູ້ດຽວ;

ສໍາເນົາ ບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ ແລະ ສໍໍາເນົາ ໜັງສືຜ່ານແດນ ສໍາລັບຄົນຕ່າງປະເທດ.

  • ນອກຈາກ ເອກະສານຂ້າງເທິງນີ້ ໃຫ້ປະກອບເພີ່ມເຕີມ ຕາມແຕ່ລະກໍລະນີ:
  • ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ຖ້າຜູ້ຈັດການ ຫຼື ຜູ້ອໍານວຍການຂອງນິຕິບຸກຄົນນັ້ນ ຫາກບໍ່ໄດ້ລົງລາຍເຊັນໃນສັນຍາສ້າງຕັ້ງວິສາຫະກິດ ຕ້ອງມີໜັງສືຕົກລົງແຕ່ງຕັ້ງໃຫ້ຜູ້ຕາງໜ້າມີສິດເຊັນແທນໃນນາມຜູ້ຈັດການ ຫຼື ຜູ້ອໍານວຍການຂອງນິຕິບຸກຄົນນັ້ນ. ສຳລັບ ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ທີ່ສ້າງຕັ້ງພາຍໃຕ້ກົດໝາຍຕ່າງປະເທດ ຕ້ອງມີສໍາເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນການສ້າງຕັ້ງນິຕິບຸກຄົນ ລວມທັງລາຍຊື່ຜູ້ຈັດການ, ຜູ້ອຳນວຍການ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນຂອງນິຕິບຸກຄົນດັ່ງກ່າວ;
  • ຜູ້ຈັດການ, ຜູ້ອໍານວຍການ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສິດ;
  • ບໍລິສັດຈໍາກັດຜູ້ດຽວ ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ໜັງສືແຕ່ງຕັ້ງຜູ້ຈັດການ;
  • ລັດລົງທຶນ ຕ້ອງມີຂໍ້ຕົກລົງກ່ຽວກັບການລົງທຶນຂອງລັດ ຕາມລະບຽບການຂອງຂະແໜງການເງິນ.

18 of 26

ການແບ່ງຂັ້ນພິຈາລະນາໃນການຂຶ້ນທະບຽນວິສາຫະກິດ

ກົມ ທວ: ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງ;

ພະແນກ ອຄ ແຂວງ, ນະຄອນຫຼວງ ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ໃນແຂວງ, ນະຄອນຫຼວງ ຂອງຕົນ;

ຫ້ອງການ ອຄ ເມືອງ, ນະຄອນ ຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ທີ່ມີສໍານັກງານຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ;

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ, ນະຄອນຫຼວງ ຂຶ້ນທະບຽນວິສາຫະກິດໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ທີ່ມີສໍານັກງານຕັ້ງຢູ່ໃນເຂດເສດຖະກິດພິເສດ ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ.

19 of 26

ຂັ້ນຕອນ ແລະ ກໍານົດເວລາ ໃນການແຈ້ງຂຶ້ນທະບຽນວິສາຫະກິດ

19

ເອກະສານບໍ່ຄົບຖ້ວນ ແລະ/ຫຼື ບໍ່ຖືກຕ້ອງ

ເອກະສານຄົບຖ້ວນ ແລະ ຖືກຕ້ອງ

ປັບປຸງແກ້ໄຂຄົບຖ້ວນ ແລະ ຖືກຕ້ອງ

ເພື່ອປັບປຸງແກ້ໄຂ

ກວດກາ

ອອກບິນໃຫ້ວິສາຫະກິດ ແລະ ໃບຕິດຕາມ ວັນນັດໝາຍມາຮັບໃບທະບຽນ ( 3 ວັນ ລຖກ)

ຜູ້ຍື່ນຄໍາຮ້ອງ

ຈທວ

ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ

ອອກໃບທະບຽນວິສາຫະກິດ ພາຍໃນເວລາ 03 ວັນລັດຖະການ

3

1

2

4

20 of 26

ການໃສ່ຊື່ວິສາຫະກິດ

  • ຊື່ວິສາຫະກິດ ແມ່ນຊື່ທີ່ວິສາຫະກິດນໍາໃຊ້ແຕ່ວັນໄດ້ຮັບການສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຈົນຮອດວັນສິ້ນສຸດການເປັນວິສາຫະກິດ

ຕົວຢ່າງ: ❶ ຊື່​ວິ​ສາ​ຫະ​ກິດສ່ວນບຸກຄົນ:

- ຊື່ພາສາລາວ: ວິສາຫະກິດສ່ວນບຸກຄົນ ອຸດອນ ພັດທະນາອະສັງຫາລິມະຊັບ� - ຊື່ພາສາອັງກິດ(ຖ້າມີ): Oudone Phatthana Asanghalimazub Individual Enterprise

ຊື່ວິສາຫະກິດຂອງບໍລິສັດ:

  • ຊື່ພາສາລາວ: ບໍລິສັດ ອຸດອນ ພັດທະນາ ຣຽວ ເອັສເຕັສ ຈໍາກັດ�- ຊື່ພາສາອັງກິດ: Oudone Real Estate Development Co.,Ltd
  • ຊື່ວິສາຫະກິດຮຸ້ນສ່ວນ:ວິສາຫະກິດຮຸ້ນສ່ວນ ອຸດອນ ຣຽວ ເອັສເຕັສ ດີວີລອັບເມັນ ສາມັນ

21 of 26

ການຄຸ້ມຄອງວິສາຫະກິດພາຍຫລັງຂຶ້ນທະບຽນ

  • ຂະແໜງການອຸດສາຫະກຳ ແລະ ການຄ້າ (ຈທວ) ແມ່ນຄຸ້ມຄອງການຈັດຕັ້ງທຸລະກິດ ຕາມໃບທະບຽນວິສາຫະກິດ.
  • ຂະແໜງການທີ່ອະນຸຍາດດໍາເນີນທຸລະກິດ ແມ່ນຄຸ້ມຄອງ, ຕິດຕາມ, ກວດກາການດຳເນີນທຸລະກິດ ຕາມໃບອະນຸຍາດດຳເນີນທຸລະກິດ ລວມທັງກິດຈະການດຳເນີນທຸລະກິດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  • ເຈົ້າໜ້າທີ່ທະບຽນວິສາຫະກິດ ແມ່ນ ພະນັກງານ-ລັດຖະກອນ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.

22 of 26

22

ເນື້ອໃນໃບທະບຽນວິສາຫະກິດ

  • ເນື້ອໃນໃບທະບຽນວິສາຫະກິດ: ຊື່ວິສາຫະກິດ; ທຶນຈົດທະບຽນວິສາຫະກິດ; ເລກລະຫັດວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ; ຮູບການ ແລະ/ຫຼື ຮູບແບບວິສາຫະກິດ; ທີ່ຕັ້ງສໍານັກງານ; ຜູ້ອໍານວຍການ ຫຼື ຜູ້ຈັດການ; ເຈົ້າຂອງວິສາຫະກິດ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ. ພ້ອມນັ້ນ, ຍັງໄດ້ກໍານົດ ວັດຖຸປະສົງຂອງການດໍາເນີນທຸລະກິດ, ສາຂາ ໃສ່ດ້ານຫຼັງໃບທະບຽນວິສາຫະ

23 of 26

  • ກ. ຄ່າບໍລິການກ່ຽວກັບທະບຽນວິສາຫະກິດ
  • ພິມຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ 20.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຮຸ້ນສ່ວນສາມັນ, ວິສາຫະກິດຮຸ້ນສ່ວນຈໍາກັດ 100.000 ກີບ/ຊຸດ

ລັດວິສາຫະກິດ, ບໍລິສັດມະຫາຊົນ ແລະ ບໍລິສັດຈໍາກັດ

  • ອັດສໍາເນົາເອກະສານແຈ້ງຂຶ້ນທະບຽນວິສາຫະກິດ 5.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດຈໍາກັດຜູ້ດຽວ 80.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງສະຫະກອນ 20.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງສະເໜີປ່ຽນແປງເນື້ອໃນທະບຽນວິສາຫະກິດ 20.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງແຈ້ງຍຸບເລີກວິສາຫະກິດຊົ່ວຄາວ ຫຼື ຖາວອນ 20.000 ກີບ/ຊຸດ
  • ພິມຊຸດຄໍາຮ້ອງສະເໜີສ້າງຕັ້ງສາຂານິຕິບຸກຄົນຕ່າງປະເທດ 20.000 ກີບ/ຊຸດ
  • ພິມໃບທະບຽນວິສາຫະກິດ 50.000 ກີບ/ຄັ້ງ
  • ພິມໜັງສືຮັບຮອງເນື້ອໃນທະບຽນວິສາຫະກິດ 50.000 ກີບ/ຊຸດ
  • ລົງທະບຽນສ້າງຕັ້ງສາຂາວິສາຫະກິດພາຍໃນປະເທດ 100.000 ກີບ/ຄັ້ງ
  • ລົງທະບຽນແຈ້ງການຍຸບເລີກວິສາຫະກິດຊົ່ວຄາວ ຫຼື ຖາວອນ 50.000 ກີບ/ຄັ້ງ
  • ລົງທະບຽນສິ້ນສຸດການຊໍາລະສະສາງ 50.000 ກີບ/ຄັ້ງ

23

ຄ່າທໍານຽມ ແລະ ຄ່າບໍລິການ

24 of 26

  • ຂ. ຄ່າທໍານຽມທຶນຈົດທະບຽນຂອງວິສາຫະກິດຕາມລັດຖະບັນຍັດ 002/ປປທ, ລົງວັນທີ 17 ມີນາ 2021
  • ແຕ່ 1.000.000 ກີບລົງມາ ບໍ່ມີ
  • ຫລາຍກວ່າ 1.000.000 ກີບ ຫາ 10.000.000 ກີບ 20.000 ກີບ
  • ຫລາຍກວ່າ 10.000.000 ກີບ ຫາ 20.000.000 ກີບ 50.000 ກີບ
  • ຫລາຍກວ່າ 20.000.000 ກີບ ຫາ 50.000.000 ກີບ 100.000 ກີບ
  • ຫລາຍກວ່າ 50.000.000 ກີບ ຫາ 100.000.000 ກີບ 300.000 ກີບ
  • ຫລາຍກວ່າ 100.000.000 ກີບ ຫາ 400.000.000 ກີບ 500.000 ກີບ
  • ຫລາຍກວ່າ 400.000.000 ກີບ ຫາ 1.000.000.000 ກີບ 1.000.000 ກີບ
  • ຫລາຍກວ່າ 1.000.000.000 ກີບ ຫາ10.000.000.000 ກີບ 2.600.000 ກີບ
  • ຫລາຍກວ່າ 10.000.000.000 ກີບ ຫາ 20.000.000.000 ກີບ 4.000.000 ກີບ
  • ຫລາຍກວ່າ 20.000.000.000 ກີບ ຂຶ້ນໄປ 6.000.000 ກີບ

24

ການເກັບຄ່າທໍານຽມ ແລະ ຄ່າບໍລິການ( ຕໍ່)

25 of 26

25

17. ຕົວຢ່າງໃບທະບຽນວິສາຫະກິດ

26 of 26

WWW.NED.MOIC.GOV.LA

ເວັບໄຊຖານຂ້ໍມູນວິສາຫະກິດແຫ່ງຊາດ

  • ຖາມ & ຕອບ

ຂໍຂອບໃຈ