1 of 23

ຜົນການປະເມີນຄວາມຕ້ອງການ ແລະ ຂໍ້ແນະນຳ

ການສ້າງຂີດຄວາມສາມາດຂອງຄູໃນສະຖານການສ້າງຄູກ່ຽວກັບວິທີການສິດສອນທີ່ຄໍານຶງເຖິງ

ຄວາມສະເໝີພາບທາງເພດຢູ່ ສປປ ລາວ

Asia images/Shutterstock.com

2 of 23

ການປະເມີນຄວາມຕ້ອງການຢ່າງຮີບດ່ວນ - ພາບລວມ

ຈຸດປະສົງ: ເພື່ອເຂົ້າໃຈຄວາມຕ້ອງການໃນການຝຶກອົບຮົມວິທີການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ ໃຫ້ແກ່ຄູໃນສະຖານການສ້າງຄູ ໃນ ສປປ ລາວ.

ວິທີການ:

  • 25 ຄໍາຖາມ (23 ຄໍາຖາມປິດ; 2 ຄໍາຖາມເປີດ) ກວມເອົາ 5 ອົງປະກອບ ເພື່ອທຳຄວາມເຂົ້າໃຈກ່ຽວກັບ:
      • ຂໍ້ມູນດ້ານປະຊາກອນກ່ຽວກັບຄູໃນສະຖານການສ້າງຄູ;
      • ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບ

ຄວາມສະເໝີພາບທາງເພດໃນການສຶກສາ ແລະ ເປັນຜົນຈາກການສຶກສາ;

  • ທົບທວນໂດຍທີມງານຫຼັກຂອງກົມສ້າງຄູ.
  • ແບບສອບຖາມໄດ້ຖືກສົ່ງໃຫ້ກຸ່ມເປົ້າໝາຍຜ່ານລີ້ງ Kobo. ພວກເຮົາຂໍໃຫ້ ຜູ້ຕອບສຳພາດ ສົ່ງຄຳຕອບພາຍໃນໜຶ່ງອາທິດ.
  • ມີຄົນຕອບແບບສອບຖາມ 26 ທ່ານ (n=26) ຈາກຈໍານວນເປົ້າໝາຍທັງໝົດ 32 ທ່ານ (ອັດຕາການຕອບແມ່ນ 81%)

    • ການປະເມີນຕົນເອງກ່ຽວກັບ ທັກສະ ແລະ ການປະຕິບັດໃນປັດຈຸບັນ;
    • ການຝຶກອົບຮົມທີ່ເຄີຍໄດ້ຮັບມາຈົນເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ;
    • ອຸປະສັກໃນການຈັດຕັ້ງປະຕິບັດ

3 of 23

ອົງປະກອບ 1 – ຂໍ້ມູນດ້ານປະຊາກອນກ່ຽວກັບຄູໃນສະຖານການສ້າງຄູ I

  • Q1. 58% ແມ່ຍິງ ; 42% ຜູ້ຊາຍ.
  • Q2. ຈໍານວນປີການສິດສອນສະເລ່ຍ : 15 ປິ.
  • Q3. ຈໍານວນປີການສິດສອນໃນສະຖາບັນປັດຈຸບັນ: 14 ປີ.

  • 31% ບໍ່ເຄີຍໄດ້ຮັບການເຝຶກອົບຮົມກ່ຽວກັບ�ເພດພາວະ (gender)
  • 12% ໄດ້ຮັບການເຝຶກອົບຮົມປີກາຍນີ້

4 of 23

ອົງປະກອບ 1 – ຂໍ້ມູນດ້ານປະຊາກອນກ່ຽວກັບຄູໃນສະຖານການສ້າງຄູ II

  • 58% ໄດ້ຮັບການຝຶກອົບຮົມກ່ຽວກັບວິທີການ ສິດສອນໂດຍເອົາເດັກນ້ອຍ/ນັກຮຽນເປັນໃຈກາງ.

  • <15% ໄດ້ຮັບການເຝຶກອົບຮົມກ່ຽວກັບ:
    • ການແຕ່ງບົດສອນທີ່ມີການຮຽນຮ່ວມ ຫຼື ທີ່ຄຳນຶງເຖິງຄວາມສະເໝີພາບທາງເພດ;
    • ການທົບທວນການສິດສອນຂອງຕົນເອງ;
    • ການປະເມີນສື່ການຮຽນການສອນ ວ່າມີສ່ວນຮ່ວມຂອງທຸກເພດ;
    • ການຮັບປະກັນວ່າການປະເມີນຜົນ ຄຳນຶງເຖິງ ຄວາມສະເໝີພາບທາງເພດ ແລະ ຜູ້ຮຽນທຸກຄົນ;
    • ວົງມົນທົບທວນການສິດສອນຂອງຄູ.

  • 0% ໄດ້ຮັບການຝຶກອົບຮົມກ່ຽວກັບວິໄນທາງບວກ.
  • 19% ບໍ່ໄດ້ຮັບການຝຶກອົບຮົມຫົວຂໍ້ໃດເລີຍ.

5 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ I

ຄວາມຮູ້

Q6. “ຄວາມສະເໝີພາບທາງເພດ” ໝາຍເຖິງ… (ເລືອກຄໍາຕອບທີ່ເໝາະສົມທີ່ສຸດ)

  • 73% ຕອບຖືກຕ້ອງ “ການລົບລ້າງການຈໍາແນກທາງເພດທຸກຮູບແບບເພື່ອໃຫ້ທຸກຄົນມີໂອກາດ ແລະ ຜົນປະໂຫຍດຢ່າງສະເໝີພາບກັນ ”.

Q7. “ການຈໍາແນກທາງເພດ” ແມ່ນ… (ເລືອກທຸກຄໍາຕອບທີ່ຖືກຕ້ອງ)

  • 11 % ໄດ້ເລືອກທັງໝົດ 3 ຄໍາຕອບຢ່າງຖືກຕ້ອງ

ໂດຍລວມ, ຜູ້ເຂົ້າຮ່ວມເຊື່ອວ່າ ການຈໍາແນກທາງເພດແມ່ນ

(ໃນຄຳຖາມທີ່ຕ້ອງເລືອກພຽງຄໍາຕອບດຽວ):

ກ. ການປະຕິເສດໂອກາດ ແລະ ສິດທິຂອງບຸກຄົນ ຍ້ອນເພດຂອງພວກເຂົາ.

ຂ. ການລະເມີດສິດທິມະນຸດ.

ຄ. ການສະແດງອອກຢ່າງຕໍ່ເນື່ອງ, ເຊັ່ນ: ຜ່ານສື່, ການສົນທະນາ, ມຸກຕະຫຼົກ ຫຼື ປຶ້ມ ກ່ຽວກັບແມ່ຍິງ ແລະ ຜູ້ຊາຍ

ທີ່ມີບົດບາດທາງສັງຄົມອີງຕາມບົດບາດທາງເພດຕາມປະເພນີ ຫຼື ການຈັດແບ່ງວຽກງານ.

6 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ II

ຄວາມຮູ້

8. ສິ່ງໃດຕໍ່ໄປນີ້ທີ່ອາດຈະມີອິດທິພົນຕໍ່ກັບ ເດັກຍິງ ແລະ ເດັກຊາຍ, ແລະ ຜູ້ຊາຍ ແລະ ແມ່ຍິງ, ແລະ ພຶດຕິກໍາທີ່ພວກເຂົາສະແດງອອກອີງຕາມເພດຂອງພວກເຂົາເຈົ້າ?

ຜູ້ທີ່ຕອບ ‘ລັດຖະບານ’ ແມ່ນປະສົມປະສານ : ແມ່ນ/ບໍ່ແມ່ນ 35%, ‘ບໍ່ແນ່ໃຈ’ 30%

ມີພຽງແຕ່ 26.9% ເທົ່ານັ້ນ ທີ່ລະບຢ່າງ ຖືກຕ້ອງວ່າ ປັດໃຈທັງໝົດມີອິດທິພົນ ແລະສ້າງພຶດຕິກໍາທີ່ພວກເຂົາສະແດງອອກ.

89%

89%

77%

7 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ III

ທັດສະນະຄະຕິ

ໂດຍລວມແລ້ວ, ຄູໃນສະຖານການສ້າງຄູ ເຊື່ອວ່າວິທີການສິດສອນສາມາດມີອິດທິພົນຕໍ່ວິທີທີ່ນັກຮຽນຮຽນຮູ້ ແລະ ຊ່ວຍສົ່ງເສີມສັງຄົມທີ່ມີສ່ວນຮ່ວມຂອງທຸກກຸ່ມຄົນ.

  • Q9. 85% ເຊື່ອວ່ານັກຮຽນມີຮູບແບບການຮຽນຮູ້ທີ່ຫຼາກຫຼາຍ.
  • Q10. 69% ເຊື່ອວ່າວິທີທີ່ພວກເຂົາສິດສອນສາມາດສົ່ງເສີມສັງຄົມທີ່ມີສ່ວນຮ່ວມ.

Q11. ສື່ການສອນສາມາດສ້າງຄືນໃໝ່ ແລະ ສົ່ງເສີມລະບົບທີ່ມີການກົດຂີ່ຂົ່ມເຫັງ, ການຈໍາແນກ ແລະ ຄວາມບໍ່ສະ ເໝີພາບ

27%

ບໍ່ແນ່ໃຈ

35%

ບໍ່ແມ່ນ

38%

ແມ່ນ

8 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ IV

ການປະຕິບັດ

  1. ຮັບຮູ້ ປະສົບການ ແລະ ສິ່ງທ້າທາຍ ທີ່ແຕກຕ່າງກັນ ທີ່ນັກຮຽນຊາຍ ແລະ ຍິງ ປະເຊີນຢູ່ ແລະ ດັດປັບການສອນໃຫ້ສອດຄ່ອງ.
  2. ປະຕິບັດຕໍ່ນັກຮຽນທຸກຄົນຄືກັນ, ໂດຍບໍ່ຄໍານຶງເຖິງເພດຂອງພວກເຂົາ.
  3. ສຸມໃສ່ການຮັບປະກັນໃຫ້ນັກຮຽນຍິງໄດ້ຮັບໂອກາດດຽວກັນກັບນັກຮຽນຊາຍ.
  4. ບໍ່ໄດ້ຄຳນຶງເຖິງຄວາມສະເໝີພາບທາງເພດໃນການປະຕິບັດການສິດສອນຂອງຂ້າພະເຈົ້າ.

9 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ IV

ການປະຕິບັດ

  1. ຊຸກຍູ້ໃຫ້ລາວເຂົ້າຮ່ວມສະໂມສອນທີ່ເດັກຍິງສ່ວນໃຫຍ່ເຂົ້າຮ່ວມ.
  2. ສະໜັບສະໜູນຄວາມສົນໃຈຂອງລາວ ແລະ ຊຸກຍູ້ໃຫ້ລາວເຂົ້າຮ່ວມສະໂມສອນປະດິດຫຸ່ນຍົນ.
  3. ສົນທະນາບັນຫາດັ່ງກ່າວກັບນັກຮຽນໃນຫ້ອງຮຽນທັງໝົດເພື່ອແກ້ໄຂບັນຫາຄວາມເຊື່ອແບບເໝົາລວມ ກ່ຽວກັບບົດບາດທາງເພດ.
  4. ລາຍງານສະຖານະການໃຫ້ຄະນະບໍລິຫານໂຮງຮຽນຮັບຊາບ.

10 of 23

ອົງປະກອບ 2: ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດ ກ່ຽວກັບຄວາມສະເໝີພາບທາງເພດ ໃນການສຶກສາ ແລະ ເປັນຜົນຈາກການສຶກສາ IV

ການປະຕິບັດ

ເຄົາລົບຄວາມແຕກຕ່າງ ແລະ ສົ່ງເສີມການມີສ່ວນຮ່ວມ

Q14. ທ່ານຄຸ້ມຄອງການພົວພັນກັນໃນຫ້ອງຮຽນແນວໃດ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນມີສ່ວນຮ່ວມ, ທັງເດັກຍິງ ແລະ ເດັກຊາຍ? (ຄໍາຖາມເປີດ)

ປະຕິບັດຕໍ່ເດັກຊາຍ ແລະ ເດັກຍິງ ເທົ່າທຽມກັນ, ໃຫ້ໂອກາດ ແລະ ຄວາມຮັບຜິດຊອບໃນການເປັນຜູ້ນໍາ ທີ່ເທົ່າທຽມກັນ.

ຜູ້ຕອບຄົນໜຶ່ງໄດ້ໃຫ້ລາຍລະອຽດວ່າລາວຕ້ອງການການຝຶກອົບຮົມ.

11 of 23

ອົງປະກອບ 3: ການປະເມີນຕົນເອງກ່ຽວກັບ ທັກສະ ແລະ ການປະຕິບັດ ໃນປັດຈຸບັນ I

  • ຄູໃນສະຖານການສ້າງຄູ ໂດຍທົ່ວໄປ ມີທັກສະ ແລະ ແຕ່ງບົດສອນ “ທຸກຄັ້ງ” ຫຼື “ບາງຄັ້ງຄາວ” ; 0% ບອກວ່າພວກເຂົາ “ບໍ່ມີທັກສະ
  • ຕໍ່ຍອດໃສ່ຄວາມຮູ້ທີ່ຜູ້ຮຽນມີຢູ່ແລ້ວ, ມີຄົນຕອບ “ທຸກຄັ້ງ” ໜ້ອຍທີ່ສຸດຢູ່ທີ່ 54%, ແລະ “ບໍ່ເຄີຍນຳໃຊ້” ຫຼາຍທີ່ສຸດຢູ່ທີ່ 8%, ສະແດງໃຫ້ເຫັນວ່າ ມີຄວາມຈໍາເປັນທີ່ຈະຕ້ອງສຸມໃສ່ທັກສະການແຕ່ງບົດສອນຂອງຄູທີ່ຕໍ່ຍອດໃສ່ຄວາມຮູ້ທີ່ມີຢູ່ແລ້ວ.

12 of 23

ອົງປະກອບ 3: ການປະເມີນຕົນເອງກ່ຽວກັບ ທັກສະ ແລະ ການປະຕິບັດ ໃນປັດຈຸບັນ I

  • 77% ຂອງຄູໃນສະຖານການສ້າງຄູ ຕອບວ່າ ພວກເຂົາໃຊ້ພາສາທີ່ມີຄວາມເປັນກາງ ແລະ ມີສ່ວນຮ່ວມ “ທຸກຄັ້ງ”
  • 54% ຂອງຜູ້ຕອບ ຕອບວ່າ ສື່ການຮຽນ-ການສອນ ມີຄວາມກ່ຽວຂ້ອງ, ໜ້າສົນໃຈ ແລະ ມີສ່ວນຮ່ວມ “ທຸກຄັ້ງ” ແລະ ພວກເຂົາເລືອກສື່ການສອນທີ່ບໍ່ເຂົ້າຂ້າງນັກຮຽນກຸ່ມໃດໜຶ່ງຫຼາຍກ່ວາກຸ່ມອື່ນ.
  • 58% ໃຊ້ສື່ການສອນທີ່ມີຕົວແທນຂອງນັກຮຽນທຸກຄົນ “ທຸກຄັ້ງ” ແລະ 38% “ບາງຄັ້ງຄາວ”.

13 of 23

ອົງປະກອບ 3: ການປະເມີນຕົນເອງກ່ຽວກັບ ທັກສະ ແລະ ການປະຕິບັດ ໃນປັດຈຸບັນ II

ຄູໃນສະຖານການສ້າງຄູ:

  • ຈັດຫ້ອງຮຽນຂອງເຂົາເຈົ້າໃຫ້ມີການຮຽນຮ່ວມ “ທຸກຄັ້ງ” 62% ຫຼື “ບາງຄັ້ງຄາວ” 31%.
  • ສະແດງຜົນງານຂອງນັກຮຽນທຸກຄົນ, ບໍ່ພຽງແຕ່ສະແດງຜົນງານຂອງຜູ້ທີ່ມີຜົນຮຽນດີເດັ່ນເທົ່ານັ້ນ “ທຸກຄັ້ງ” 65% ຫຼື “ບາງຄັ້ງຄາວ” 31%.
  • ລາຍງານວ່າທັກສະທີ່ອ່ອນແອທີ່ສຸດແມ່ນ: ໂປສເຕີ ແລະ ສື່ການສອນ ທີ່ສົ່ງເສີມຄວາມສະເໝີພາບທາງເພດ (8%) ແລະ, ສື່ການສອນທີ່ທ້າທາຍບົດບາດທາງເພດ (23%)

ຄໃນສະຖານການສ້າງຄູຂາດຊັບພະຍາກອນ��ຫຼາຍກວ່າຂາດທັກສະໃນການຈັດຫ້ອງຮຽນ

14 of 23

ອົງປະກອບ 4: ປະໂຫຍດຂອງການຝຶກອົບຮົມມາເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ I

ໂດຍສະເລ່ຍແລ້ວ, ຄູໃນສະຖານການສ້າງຄູ 80% ບໍ່ຄຶດວ່າ ເພດໃດໜຶ່ງຈະສອນຍາກກວ່າເພດອື່ນ.

ແຕ່, ມີຄວາມເຊື່ອວ່າເພດຊາຍແມ່ນສອນຍາກທີ່ສຸດໃນທຸກຂົງເຂດວິຊາ, ຕາມດ້ວຍເພດຍິງ ແລະ ເພດອື່ນໆ.

ແມ່ຍິງແມ່ນຖືວ່າສອນຍາກກວ່າໃນຫົວຂໍ້:

ທັກສະດ້ານຄອມພິວເຕີ (15%)

ການທົດລອງໃນຫ້ອງທົດລອງ (8%)

ຜູ້ຊາຍແມ່ນຖືວ່າສອນຍາກກວ່າໃນຫົວຂໍ້:

ການປ້ອງກັນຄວາມຮຸນແຮງທາງເພດ (23%)

ຄວາມສະເໝີພາບທາງເພດ (20%)

ຄວາມສໍາພັນທີ່ມີຄວາມເຄົາລົບນັບຖື ເຊິ່ງກັນ ແລະ ກັນ (15%)

15 of 23

ອົງປະກອບ 4:ປະໂຫຍດຂອງການຝຶກອົບຮົມມາເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ II

ເມື່ອພິຈາລະນາການປະຕິບັດທັງ 8 ຢ່າງໃນຫ້ອງຮຽນ, ໂດຍສະເລ່ຍ:

    • 50% “ມີຄວາມໝັ້ນໃຈທີ່ຈະເຮັດເປັນປົກກະຕິ”
    • 24% “ມີຄວາມໝັ້ນໃຈທີ່ຈະເຮັດ ແລະ ຝຶກໃຫ້ຄົນອື່ນ”
    • 22% “ມີຄວາມໝັ້ນໃຈໃນລະດັບໜຶ່ງ”

ໝັ້ນໃຈໜ້ອຍທີ່ສຸດ ແມ່ນໃນ ການຄົ້ນຄ້ວາກ່ຽວກັບຊຸມຊົນ, ການສະແດງບົດບາດ ແລະ ກິດຈະກໍານອກຫ້ອງຮຽນ

16 of 23

ອົງປະກອບ 4: ປະໂຫຍດຂອງການຝຶກອົບຮົມມາເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ III

20. ທ່ານຮູ້ສຶກໝັ້ນໃຈຫຼາຍປານໃດ ໃນການວາງແຜນການສອນ ແລະ ປະເມີນຜົນການຮຽນ ຢ່າງມີຄວາມຍຸຕິທໍາ ແລະ ເທົ່າທຽມກັນສໍາລັບນັກຮຽນທຸກຄົນລວມທັງເພດຍິງ, ເພດຊາຍ, ເພດອື່ນໆ, ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນຊົນເຜົ່າ?

21. ທ່ານຮູ້ສຶກໝັ້ນໃຈຫຼານປານໃດວ່າທ່ານຈະສາມາດ ຄັດເລືອກ ແລະ ນໍາໃຊ້ສື່ການສອນ ທີ່ກ່ຽວຂ້ອງ, ມີຄວາມຍຸຕິທໍາ ແລະ ມີຄວາມເທົ່າທຽມກັນ ສໍາລັບນັກຮຽນທຸກຄົນ ລວມທັງເພດຍິງ, ເພດຊາຍ, ເພດອື່ນໆ, ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນຊົນເຜົ່າ?

17 of 23

ອົງປະກອບ 4: ປະໂຫຍດຂອງການຝຶກອົບຮົມມາເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ IV

22. ທ່ານຮູ້ສຶກໝັ້ນໃຈຫຼາຍປານໃດວ່າທ່ານຮູ້ວິທີການຈັດ ແລະ ຄຸ້ມຄອງຫ້ອງຮຽນຂອງທ່ານ ທີ່ຈະເຮັດໃຫ້ມີຄວາມກ່ຽວຂ້ອງ, ມີຄວາມຍຸຕິທໍາ ແລະ ມີຄວາມເທົ່າທຽມກັນ ສໍາລັບນັກຮຽນທຸກຄົນ ລວມທັງເພດຍິງ, ເພດຊາຍ, ເພດອື່ນໆ, ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນຊົນເຜົ່າ?

ຈາກ Q20, Q21, ແລະ Q22, ໂດຍລວມແລ້ວ, ຄູໃນສະຖານການສ້າງຄູ ຮູ້ສຶກວ່າ “ມີຄວາມໜັ້ນໃຈທີ່ຈະເຮັດເປັນປົກກະຕິ” ຫຼື “ມີຄວາມໝັ້ນໃຈທີ່ຈະຝຶກອົບຮົມໃຫ້ຄົນອື່ນ” ໃນທັງສາມຂົງເຂດ.

18 of 23

ອົງປະກອບ 4: ປະໂຫຍດຂອງການຝຶກອົບຮົມມາເຖິງປັດຈຸບັນ ແລະ ຄວາມຕ້ອງການໃນການຝຶກອົບຮົມ V

23. ຫົວຂໍ້ໃດມີຄວາມສໍາຄັນທີ່ສຸດສໍາລັບທ່ານທີ່ຈະໄດ້ຮັບການຝຶກອົບຮົມໃນອະນາຄົດ ເພື່ອຮັບປະກັນໃຫ້ທ່ານສາມາດປະຕິບັດການສິດສອນທີ່ຄຳນຶງເຖິງຄວາມສະເໝີພາບທາງເພດ ທີ່ຮອງຮັບຄວາມຕ້ອງການທີ່ແຕກຕ່າງກັນຂອງທຸກເພດ, ກຸ່ມທີ່ດ້ອຍໂອກາດ ແລະ ກຸ່ມທີ່ມີຄວາມຫຼາກຫຼາຍອື່ນໆ.

ອິງຕາມນໍ້າໜັກສະເລ່ຍຂອງທຸກຫົວຂໍ້, 3 ຫົວຂໍ້ທີ່ເປັນບຸລິມະສິດສູງສຸດແມ່ນ:

1) ເພດກໍາເນີດ (sex) ແລະ ເພດພາວະ (gender), ຄໍາສັບ ແລະ ຄໍານິຍາມ ກ່ຽວກັບ ຄວາມສະເໝີພາບທາງເພດ, ແລະ ອໍານາດອີງຕາມເພດ

2) ຄວາມສະເໝີພາບທາງເພດ

3) ການແຕ່ງບົດສອນເພື່ອໃຫ້ມີການຮຽນຮ່ວມ ຫຼື ທີ່ຄຳນຶງເຖິງຄວາມສະເໝີພາບທາງເພດ

19 of 23

ອົງປະກອບ 5: ອຸປະສັກໃນການຈັດຕັ້ງປະຕິບັດ I

3 ອຸປະສັກຕົ້ນຕໍ :

    • ສື່ການຮຽນ-ການສອນບໍ່ພຽງພໍ 65,4%
    • ເວລາໃນການສິດສອນບໍ່ພຽງພໍ 57.69%
    • ນັກຮຽນມີສ່ວນຮ່ວມໜ້ອຍ 38.5%
    • ອຸປະສັກອື່ນໆ (ຂາດງົບປະມານ, ນັກຮຽນມີຄວາມເຂີນອາຍໃນການສົນທະນາຫົວຂໍ້ກ່ຽວກັບ ເພດກໍາເນີດ/ເພດພາວະ ແລະ ສາດສະໜາ) 15.4%

20 of 23

ອົງປະກອບ 5: ອຸປະສັກໃນການຈັດຕັ້ງປະຕິບັດ II

25. ສິ່ງທ້າທາຍ ຫຼື ອຸປະສັກທີ່ສໍາຄັນອັນໃດ ທີ່ທ່ານໄດ້ປະເຊີນໃນການພະຍາຍາມສິດສອນໃນຮູບແບບທີ່ມີຄວາມຍຸຕິທໍາ ແລະ ເທົ່າທຽມສໍາລັບນັກຮຽນທຸກຄົນ? ສິ່ງໃດທີ່ຊ່ວຍໃຫ້ທ່ານຜ່ານຜ່າສິ່ງທ້າທາຍເຫຼົ່ານີ້ມາໄດ້? (ຄຳຖາມເປີດ)

ຍຸດທະສາດທີ່ຈະຜ່ານຜ່າອຸປະສັກ:

    • ສື່ການຮຽນທີ່ມີຄວາມກ່ຽວຂ້ອງເໝາະສົມທາງດ້ານວັດທະນະທໍາ ແລະ ລາຄາບໍ່ແພງ
    • ຮອງຮັບລະດັບຄວາມຮູ້ພື້ນຖານທີ່ແຕກຕ່າງກັນ
    • ເຄົາລົບພື້ນຖານດ້ານວັດທະນະທໍາ ແລະ ເສດຖະກິດສັງຄົມທີ່ຫຼາກຫຼາຍ
    • ດັດປັບວິທີການສິດສອນໃຫ້ມີຄວາມສອດຄ່ອງເໝາະສົມ
    • ຮ່ວມມືກັບໝູ່ເພື່ອນທີ່ເປັນນັກການສຶກສາ ແລະ ປະຕິບັດການທົດລອງດ້ວຍວິທີການທາງເລືອກ.

ອຸປະສັກທີ່ສໍາຄັນ:

    • ການຂາດແຄນສື່ການສອນທີ່ເໝາະສົມກັບນັກຮຽນ
    • ເວລາບໍ່ພຽງພໍໃນການວາງແຜນ ແລະ ການກະກຽມແຫຼ່ງຊັບພະຍາກອນການສິດສອນ
    • ຂໍ້ຈໍາກັດດ້ານການເງິນ ເປັນອຸປະສັກໃນການຈັດຫາແຫຼ່ງຊັບພະຍາກອນການສິດສອນທີ່ຈໍາເປັນ

21 of 23

ຜົນໄດ້ຮັບຂອງການຄົ້ນພົບຈາກການສໍາຫຼວດ ເພື່ອເປັນ ຈຸດສຸມກາເຝຶກອົບຮົມວິທີການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ (GRP) I

ສະຫຼຸບຜົນການຄົ້ນພົບທີ່ສໍາຄັນ

    • 31% ບໍ່ເຄີຍໄດ້ຮັບການຝຶກອົບຮົມກ່ຽວກັບເພດພາວະ (gender)
    • 19% ບໍ່ໄດ້ຝຶກອົບຮົມກ່ຽວກັບເນື້ອໃນຫົວຂໍ້ໃດໆທີ່ມີຢູ່ໃນຄູ່ມືການຝຶກອົບຮົມຄູໃນສະຖານການສ້າງຄູ ກ່ຽວກັບວິທີການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ (GRP)
    • 0% ໄດ້ຮັບການຝຶກອົບຮົມກ່ຽວກັບ ວິໄນທາງບວກ
    • ມີພຽງແຕ່ 20% ເທົ່ານັ້ນທີ່ເຊື່ອວ່າການຈໍາແນກທາງເພດ ແມ່ນການລະເມີດສິດທິມະນຸດ
    • ມີພຽງແຕ່ 26.9% ເທົ່ານັ້ນທີ່ຮັບຮູ້ວ່າມີຫຼາຍປັດໃຈທີ່ມີອິດທິພົນຕໍ່ພຶດຕິກໍາການສະແດງອອກຂອງຄົນ, ອີງຕາມເພດພາວະຂອງພວກເຂົາ
    • ຫຼາຍກວ່າ 60% ບໍ່ຮູ້ວ່າສື່ການສອນສາມາດສ້າງຄວາມບໍ່ສະເໝີພາບຄືນໃໝ່ ແລະ ສົ່ງເສີມຄວາມບໍ່ສະເໝີພາບທາງເພດ
    • 46% ເຊື່ອວ່ານັກຮຽນຄວນໄດ້ຮັບການປະຕິບັດຄືກັນ, ໂດຍບໍ່ກ່ຽວຂ້ອງກັບເພດຂອງພວກເຂົາ
    • ມີອະຄະຕິລະດັບໜຶ່ງຕໍ່ກັບນັກຮຽນເພດຊາຍທີ່ຖືກຖືວ່າຍາກທີ່ຈະສອນກ່ຽວກັບບາງຫົວຂໍ້ສະເພາະ.
    • ຄວາມໝັ້ນໃຈຂ້ອນຂ້າງຕໍ່າ ທີ່ຈະນໍາໃຊ້ ຫຼື ຝຶກອົບຮົມຄົນອື່ນ ກ່ຽວກັບການນໍາໃຊ້ ກິດຈະກໍາທີ່ຫຼາກຫຼາຍ ແລະ ການເອົານັກຮຽນເປັນໃຈກາງ
    • ມີຄວາມຕ້ອງການສູງທີ່ຈະໄດ້ຮັບການຝຶກອົບຮົມເພີ່ມເຕີມກ່ຽວກັບ: ເພດກໍາເນີດ (Sex) ເພດພາວະ (Gender), ຄໍາສັບ ແລະ ຄໍານິຍາມ ກ່ຽວກັບຄວາມສະເໝີພາບທາງເພດ ແລະ ອໍານາດອີງຕາມເພດ ແລະ ການແຕ່ງບົດສອນເພື່ອໃຫ້ມີການຮຽນຮ່ວມ ຫຼື ທີ່ຄຳນຶງເຖິງຄວາມສະເໝີພາບທາງເພດ
    • ມີຄວາມຕ້ອງການສື່ການຮຽນ-ການການສອນທີ່ມີຄວາມກ່ຽວຂ້ອງເໝາະສົມສູງ.

22 of 23

ຜົນໄດ້ຮັບຂອງການຄົ້ນພົບຈາກການສໍາຫຼວດ ເພື່ອເປັນ ຈຸດສຸມການຝຶກອົບຮົມວິທີການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ (GRP) II

ຂົງເຂດຈຸດສຸມໃນການເຝຶກອົບຮົມທີ່ຄໍານຶ້ງເຖິງຄວາມສະເໝີພາບທາງເພດ (GRP) :

    • ຄໍານິຍາມ/ຄວາມໝາຍທີ່ຊັດເຈນ: ຄໍາສັບກ່ຽວກັບ ເພດກໍາເນີດ (sex) ແລະ ເພດພາວະ (gender), ຄວາມສະເໝີພາບທາງເພດ ແລະ ອໍານາດອີງຕາມເພດ
    • ຄວາມເຂົ້າໃຈ ແລະ ການປະຕິບັດ ກ່ຽວກັບ ຄວາມສະເໝີພາບທາງເພດ ແລະ ຄວາມເທົ່າທຽມທາງເພດ
    • ການແຕ່ງບົດສອນເພື່ອໃຫ້ມີການຮຽນຮ່ວມ ແລະ ທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ
    • ລະບຸທຳນຽມປະຕິບັດ ແລະ ຄວາມເຊື່ອແບບເໝົາລວມທາງເພດ ໃນສື່ການຮຽນການສອນ ແລະ ຄວາມເຂົ້າໃຈວ່າສິ່ງເຫຼົ່ານີ້ມີອິດທິພົນຕໍ່ການສຶກສາການທີ່ມີການຫັນປ່ຽນທາງເພດແນວໃດ.
    • ທຳນຽມການປະຕິບັດ ແລະ ຄວາມເຊື່ອແບບເໝົາລວມທາງເພດ ແລະ ອິດທິພົນຕໍ່ອະຄະຕິຂອງຄູ/ການສິດສອນ
    • ຫົວຂໍ້ທີ່ສອນ “ຍາກກວ່າ” (ເຊັ່ນ: ຄວາມຮຸນແຮງທາງເພດໃນໂຮງຮຽນ)
    • ວິໄນທາງບວກ
    • ການສິດສອນທີ່ເອົານັກຮຽນເປັນໃຈກາງ/ການຮຽນຮູ້ຮ່ວມກັນ
    • ສ້າງຄວາມໝັ້ນໃຈໃນການຝຶກອົບຮົມໃຫ້ຄົນອື່ນ (ການຝຶກຫັດໃຫ້ຫຼາຍຂື້ນກ່ຽວກັບ ວິທີການສິດສອນທີ່ຄໍານຶງເຖິງຄວາມສະເໝີພາບທາງເພດ (GRP) ແລະ ການທົບທວນຄືນຢ່າງເລີກເຊິ່ງ).

23 of 23

Jenelle Bab, Regional Advisor, Education and Wellbeing, Transformative Education Unit

UNESCO�j.babb@unesco.org

ຂອບໃຈ

ຮຽນ​ຮູ້​ເພີ່ມ​ເຕີມ:

Thank you

@UNESCO�