1 of 9

ບົດທີ 3: ເປັນຫຍັງເພດພາວະ �ຈຶ່ງມີຄວາມສໍາຄັນ

1

2 of 9

ໃຈຄວາມສໍາຄັນ

2

3 of 9

ສະຖິຕິ

    • ແມ່ຍິງກວມເປັນເກືອບເຄິ່ງໜຶ່ງຂອງປະຊາກອນໂລກ (ພະແນກປະຊາກອນຂອງສະຫະປະຊາຊາດ, 2013)
    • 2 ໃນທຸກໆ 3 ຄົນທີ່ທຸກຍາກທີ່ສຸດໃນໂລກແມ່ນແມ່ຍິງ, ດໍາລົງຊີວິດດ້ວຍເງິນທີ່ໜ້ອຍກວ່າ $1.25/ມື້ (Green, 2010)
    • 2 ໃນທຸກໆ 3 ຄົນທີ່ບໍ່ສາມາດອ່ານ ແລະ ຂຽນໄດ້ ແມ່ນຜູ້ຍິງ (Ford, 2015).
    • ໜ້ອຍກວ່າ 2 ຄົນໃນທຸກໆ 10 ຄົນທີ່ເປັນເຈົ້າໜ້າທີ່ທີ່ຖືກເລືອກຕັ້ງໃນສະພາແຫ່ງຊາດຂອງໂລກແມ່ນແມ່ຍິງ

(UNWomen, 2012)

    • ເດັກຍິງທີ່ມີຄວາມພິການ ແມ່ນໄດ້ຖືກກີດກັນຈາກການມີສ່ວນຮ່ວມ ແລະ ຄວາມບໍ່ຍຸຕິທໍາ ຫຼາຍກວ່າ ເນື່ອງຈາກຄວາມພິການ ແລະ ເພດຂອງເຂົາເຈົ້າ. (ອົງການແພລນສາກົນ, Include Us in Education, 2014)

3

4 of 9

ສະຖິຕິທົ່ວໂລກລ່າສຸດ

  • ຈາກສະຖິຕິໃນປີ 2022 ໃນທົ່ວໂລກແມ່ນມີຈໍານວນຜູ້ຊາຍ (50,3%) ຫຼາຍກວ່າຈໍານວນແມ່ຍິງ (49,7%) ໜ້ອຍໜຶ່ງ. (United Nations Population Division, 2022).
  • ໃນມື້ໂດຍສະເລ່ຍ, ແມ່ຍິງໃນທົ່ວໂລກໃຊ້ເວລາປະມານສາມເທົ່າຂອງຊົ່ວໂມງໃນການເຮັດວຽກພາຍໃນບ້ານແລະ ການດູແລບ້ານໂດຍທີ່ບໍ່ໄດ້ຮັບຄ່າຈ້າງ ຫຼາຍກວ່າຜູ້ຊາຍ (4.2 ຊົ່ວໂມງ ທຽບກັບ 1.7). (UN Dept of Social and Economic Affairs, 2020)
  • ໃນປີ 2020, ມີພຽງແຕ່ 47% ຂອງແມ່ຍິງໃນໄວເຮັດວຽກເຂົ້າຮ່ວມໃນຕະຫຼາດແຮງງານ, ເມື່ອທຽບກັບ 74% ຂອງຈໍານວນຜູ້ຊາຍ.
  • ໃນແງ່ຂອງອໍານາດ ແລະ ການຕັດສິນໃຈ, ມີແມ່ຍິງພຽງແຕ່ 28% ທີ່ເຮັດວຽກໃນຕໍາແໜ່ງຜູ້ຈັດການໃນທົ່ວໂລກໃນປີ 2019 – ເກືອບອັດຕາສ່ວນດຽວກັນກັບປີ 1995.
  • ຈຳນວນຕົວແທນຂອງແມ່ຍິງໃນລັດຖະຍັງໜ້ອຍກວ່າ 25% ຂອງບ່ອນນັ່ງໃນລັດຖະສະພາໃນປີ 2020.
  • ແມ່ຍິງຍັງສືບຕໍ່ມີຈໍານວນເປັນ ຕົວແທນທີ່ໜ້ອຍ ໃນສາຂາວິທະຍາສາດ, ເຕັກໂນໂລຢີ, ວິສະວະກໍາ ແລະ ຄະນິດສາດ (STEM) ເຊິ່ງເປັນຕົວແທນພຽງແຕ່ຫຼາຍກວ່າ 35% ໜ້ອຍໜຶ່ງ ຂອງຜູ້ທີ່ຮຽນຈົບ STEM ທົ່ວໂລກ.
  • ແມ່ຍິງຍັງເປັນຊົນກຸ່ມນ້ອຍ ໃນການຄົ້ນຄວ້າ ແລະ ການພັດທະນາ ທາງວິທະຍາສາດ, ມີໜ້ອຍກວ່າໜຶ່ງສ່ວນສາມຂອງນັກຄົ້ນຄວ້າທັງໝົດ.

4

5 of 9

ສະຖິຕິທີ່ແນະນຳສຳລັບປະເທດລາວ

  • ຕົວຢ່າງສະເພາະຈາກປະເທດລາວຈະເປັນປະໂຫຍດ - ກະລຸນາອ້າງອີງແຫຼ່ງຂໍ້ມູນ ແລະ ວັນທີ

ຕົວຢ່າງທີ່ຂ້ອນຂ້າງງ່າຍທີ່ຈະອ້າງອີງປະກອບມີ:

  • ອັດຕາການເຂົ້າຮຽນ - ໂດຍສະເພາະໃນລະດັບຊັ້ນສູງຂອງໂຮງຮຽນ
  • ການລົງທະບຽນໃນວິຊາ STEM ຢູ່ສະຖານການສ້າງຄູ
  • ຈຳນວນຂອງເດັກຍິງ/ເດັກຊາຍທີ່ແຕ່ງງານກ່ອນອາຍຸ 18 ປີ
  • ຕົວແທນເພດຊາຍ/ຍິງໃນສະພາ
  • ອັດຕາການຮູ້ໜັງສື

5

6 of 9

ບົດທີ 3, ກິດຈະກຳທີ 1: ເປັນຫຍັງເພດພາວະຈຶ່ງມີຄວາມສໍາຄັນ

    • ໃຜມີອໍານາດໃນເຮືອນ? ຜູ້ຊາຍ ຫຼື ແມ່ຍິງ?
      • ຜູ້ຊາຍ ຫຼື ແມ່ຍິງ ທີ່ຕັດສິນໃຈກ່ຽວກັບການໃຊ້ເງິນ?
      • ຜູ້ຊາຍ ຫຼື ແມ່ຍິງ ທີ່ຕັດສິນໃຈກ່ຽວກັບກິດຈະກໍາຂອງແມ່ຍິງ ແລະ ເດັກຍິງໃນບ້ານ ແລະ ນອກບ້ານ?
      • ຜູ້ຊາຍ ຫຼື ແມ່ຍິງ ທີ່ຕັດສິນໃຈກ່ຽວກັບວ່າຈະໃຫ້ລູກເຂົ້າໂຮງຮຽນຫຼືບໍ່?

    • ໃຜມີອໍານາດໃນໂຮງຮຽນຂອງທ່ານ?
      • ຜູ້ຊາຍ ຫຼື ແມ່ຍິງ? ພວກເຂົາມີຄວາມສະເໝີພາບບໍ່?
      • ແມ່ຍິງ ຫຼື ຜູ້ຊາຍ ມີອໍານາດຫຼາຍກວ່າໃນການຕັດສິນໃຈ?
      • ເຂົາເຈົ້າເຂົ້າຮ່ວມການສົນທະນາທີ່ເທົ່າທຽມກັນບໍ່? ຖ້າບໍ່, ໃຜເຂົ້າຮ່ວມຫຼາຍກວ່າ?

    • ເຂົາເຈົ້າໄດ້ຮັບການຈ່າຍຊົດເຊີຍເທົ່າທຽມກັນໃນການເຮັດວຽກງານຂອງເຂົາເຈົ້າບໍ່?
      • ຄວາມແຕກຕ່າງໃນດ້ານອໍານາດເຫຼົ່ານີ້ມີຜົນກະທົບຕໍ່ວິທີການທີ່ພໍ່ແມ່ ແລະ ຄູອາຈານ ປະຕິບັດຕໍ່ເດັກຊາຍ ແລະ ເດັກຍິງ ບໍ່? ແນວໃດ?
      • ແລະ ຄວາມແຕກຕ່າງໃນອໍານາດສົ່ງຜົນກະທົບຕໍ່ວິທີການປະພຶດຂອງເດັກຊາຍ ແລະ ເດັກຍິງ ແລະ ປະເພດຂອງກິດຈະກໍາທີ່ເຂົາເຈົ້າເຮັດບໍ່?

6

7 of 9

ກີດຈະກໍາຍ່າງຕາມອໍານາດ​ທີ່​ມີ (POWERWALK), ເພດ​ພາ​ວະ ແລະ ການເຂົ້າເຖິງການສຶກສາ

  • ເບິ່ງຊຸດເຄື່ອງມືຝຶກອົບຮົມ 3ຄ
  • ຕົວລະຄອນໃດທີ່ເຂົ້າໃຈງ່າຍວ່າເຂົາເຈົ້າອາດມີສິດທິພິເສດ? ຕົວລະຄອນໃດທີ່ເຂົາເຈົ້າອາດຈະດ້ອຍໂອກາດ? ຊີ້ໃຫ້ເຫັນວ່າແມ່ຍິງ ແລະ ເດັກຍິງມັກຈະດ້ອຍໂອກາດ.
  • ຕົວລະຄອນໃດທີ່ຕ້ອງໄດ້ປັບແກ້ເພື່ອຊ່ວຍໃຫ້ເຂົ້າໃຈເວລາອ່ານຄໍາອະທິບາຍຍ່າງຕາມອໍານາດ​ທີ່​ມີຫຼາຍຂຶ້ນ?

7

8 of 9

8

9 of 9

9