1 of 15

ທິດທາງໃນການກະກຽມຫັນປ່ຽນ�ລະບົບການສຶກສາສາຍສາມັນ�ຈາກລະບົບ (5+4+3) ມາເປັນ (6+3+3)

ສະເໜີໂດຍ: ທ່ານ ນາງ ນວມຄໍາ ຈັນທະບູລີ

ວ່າການແທນຫົວໜ້າກົມສາມັນສຶກສາ

2 of 15

ຈຸດປະສົງ

  • ເພື່ອລາຍງານທິດທາງການກະກຽມການຫັນປ່ຽນລະບົບການສຶກສາ ສາຍສາມັນ ຈາກລະບົບ (5+4+3) ມາເປັນ (6+3+3).
  • ເພື່ອນໍາສະເໜີໃຫ້ເຫັນໄດ້ຄວາມຈໍາເປັນ ແລະ ເຫດຜົນ ໃນການຫັນປ່ຽນດັ່ງກ່າວ.
  • ເພື່ອແລກປ່ຽນຄໍາຄິດເຫັນກ່ຽວກັບ ການຫັນປ່ຽນລະບົບດັ່ງກ່າວ ແລະ ວາງແຜນໃນຕໍ່ໜ້າ.

3 of 15

ຫົວຂໍ້ນໍາສະເໜີ

1. ສະພາບລວມ

2. ເຫດຜົນ ແລະ ຄວາມຈໍາເປັນ

3. ຄາດຄະເນດ້ານຕ່າງໆ

4. ທິດທາງໃນຕໍ່ໜ້າ

4 of 15

ບ່ອນອີງ

  1. ອີງຕາມ ຄໍາສັ່ງແນະນໍາ ການຈັດຕັ້ງປະຕິບັດການປະຕິຮູບສາຍສາມັນສຶກສາ ຈາກລະບົບ 11 ປີ (5+3+3) ປີມາເປັນລະບົບ 12 ປີ (5+4+3) ສະບັບເລກທີ 223/ສສ.ມຍ, ລົງວັນທີ 13 ມີນາ 2009;
  2. ອີງຕາມ ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015;
  3. ອີງຕາມ ບົດປະເມີນກາງສະໄໝ ຂອງແຜນພັດທະນາການສຶກສາ ແລະ ກິລາ ຄັ້ງທີ IX (2021-2025);
  4. ອີງຕາມ ຜົນການປະເມີນ SEA-PLM ປີ 2019 ແລະ ASLO ປີ 2023;
  5. ອີງຕາມ ທິດຊີ້ນໍາຂອງກອງປະຊຸມ ລັດຖະບານ ຄັ້ງວັນທີ 21 ພະຈິກ 2024;
  6. ອີງຕາມ ການຄົ້ນຄວ້າ ແລະ ເຫັນດີພາຍໃນກົມສາມັນສຶກສາ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

5 of 15

ສະພາບລວມ

  • ເລີ່ມສົກປີ1975-1976 ເປັນຕົ້ນມາລະບົບການສຶກສາຂອງ ສປປ ລາວ ແມ່ນລະບົບ 5+3+3.
  • ມາຮອດປີ 2006, ກະຊວງສຶກສາທິການ ແລະ ກິລາ ໄດ້ກໍານົດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ອອກເປັນ ສອງໄລຍະ ຄື: ການປະຕິຮູບລະບົບການສຶກສາໄລຍະທີ 1 (2006-2010) ແລະການປະຕິຮູບລະບົບການສຶກສາໄລຍະທີ 2 (2010-2015).
  • ສົກປີ 2008-2009, ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປະຕິຮູບລະບົບການສຶກສາ ສາຍສາມັນ ຈາກລະບົບ 5+3+3 ມາເປັນລະບົບ 5+4+3 ໂດຍອີງຕາມ ຄໍາສັ່ງແນະນໍາ ການຈັດຕັ້ງປະຕິບັດການປະຕິຮູບສາຍສາມັນສຶກສາ ຈາກລະບົບ 11 ປີ (5+3+3) ມາເປັນ ລະບົບ 12 ປີ (5+4+3) ສະບັບເລກທີ 223/ສສ.ມຍ, ລົງວັນທີ 13 ມີນາ 2009.

6 of 15

ສະພາບລວມ

ລ.ດ

ລາຍການ

ໂຮງຮຽນ

ຫ້ອງຮຽນ

ຄູ

ນັກຮຽນ

ລວມ

ຍິງ

ລວມ

ຍິງ

1

ໂຮງຮຽນປະຖົມທັງໝົດ

8,871

30,107

29,060

14,585

908,880

426,513

2

ໂຮງຮຽນປະຖົມສົມບູນ

4,583

3

ໂຮງຮຽນມັດທະຍົມຕອນຕົ້ນ

722

6,003

17,550

8,564

264,579

117,938

4

ໂຮງຮຽນມັດທະຍົມຕອນປາຍ

35

3,188

 

 

157,320

68,852

5

ໂຮງຮຽນມັດທະຍົມສົມບູນ

368

 

 

 

 

 

ລ.ດ

ລາຍການ

ໂຮງຮຽນ

ຫ້ອງຮຽນ

ຄູ

ນັກຮຽນ

ລວມ

ຍິງ

ລວມ

ຍິງ

1

ໂຮງຮຽນປະຖົມທັງໝົດ

8,635

29,899

30,654

17,195

739,554

360,578

2

ໂຮງຮຽນປະຖົມສົມບູນ

7,160

27,645

3

ໂຮງຮຽນມັດທະຍົມຕອນຕົ້ນ

1,000

5,030

9,541

4,550

133,775

65,144

4

ໂຮງຮຽນມັດທະຍົມຕອນປາຍ

30

357

935

508

12,229

5,604

5

ໂຮງຮຽນມັດທະຍົມສົມບູນ

831

11,475

21,800

11,646

376,503

184,711

ແຫຼ່ງຂໍ້ມູນ: ສູນສະຖິຕິຂ່າວສານການສຶກສາ ແລະ ກິລາ

ສົກຮຽນ 2024-2025

ສົກຮຽນ 2008-2009

7 of 15

ສະພາບລວມ

ອີງໃສ່ ແຜນພັດທະນາການສຶກສາ ແລະ ກິລາ ຄັ້ງທີ IX (2021-2025)

    • ຜົນໄດ້ຮັບລະດັບສູງ ທີ 1: ຈໍານວນ​ນັກ­ຮຽນ​ທີ່​ຈົບ​ຈາກ ອະ­ນຸ­ບານຈົນ​ຮອດມັດ­ທະ­ຍົມ​ຕອນ​ປາຍ ລວມ​ທັງ​ການ​ສຶກ­ສາ​ນອກ​ໂຮງ­ຮຽນເພີມຂຶ້ນ ພ້ອມທັງມີ​ຜົນ​ໄດ້​ຮັບ​ດ້ານ​ການ​ຮຽນ​ຮູ້​ທີ່​ດີ​ຂຶ້ນ, ໂດຍ​ສະ­ເພາະ​ແມ່ນ​ການ​ຮູ້​ໜັງ­ສື ແລະ ທັກ​ສະການ​ຄິດ­ໄລ່​ເລກ, ທັກສະສັດຕະວັດທີ 21 ໂດຍ​ສຸມ​ໃສ່​ເປັນ​ພິ­ເສດຕໍ່​ຜູ້​ດ້ອຍ​ໂອກາດ ແລະ ຄວາມ​ສະ­ເໝີພາບ​ລະ­ຫວ່າງ​ ຍິງ​-​ຊາຍ.
    • ຜົນໄດ້ຮັບລະດັບກາງທີ 3: ອັດຕາເຂົ້າຮຽນໃໝ່ ແລະ ອັດຕາເລື່ອນຂັ້ນໃນຊັ້ນມັດທະຍົມຕອນຕົ້ນເພີ່ມຂຶ້ນ ເພື່ອເຮັດໃຫ້ອັດຕາການຈົບຊັ້ນເພີ່ມຂຶ້ນ.
    • ຍຸດທະສາດທີ 1: ທົບທວນວິທີການປະຈຸບັນ ໃນການຂະຫຍາຍການເຂົ້າເຖິງຊັ້ນມັດທະຍົມຕອນຕົ້ນ, ລວມທັງໂຄງປະກອບ 5+4+3 ທີ່ມີໃນປະຈຸບັນ.
    • ວຽກຈຸດສຸມທີ 2: ສຶກສາຄວາມເປັນໄປໄດ້ໃນການປະຕິຮູບລະບົບການສຶກສາສາມັນ 6+3+3.

8 of 15

ສະພາບລວມ

  • ອີງໃສ່ວຽກຈຸດສຸມດັ່ງກ່າວ, ກົມສາມັນສຶກສາ ໄດ້ຈັດກອງປະຊຸມປຶກສາຫາລືທິດທາງ ສຶກສາຄວາມເປັນໄປໄດ້ໃນການ ຫັນປ່ຽນລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ເປັນ 6+3+3 ຈໍານວນ 2 ຄັ້ງ.
  • ພ້ອມນີ້ ຍັງໄດ້ມີທິດຊີ້ນໍາຂອງກອງປະຊຸມ ລັດຖະບານ ຄັ້ງວັນທີ 21 ເດືອນ ພະຈິກ 2024.

9 of 15

ເຫດຜົນ ແລະ ຄວາມຈໍາເປັນ

ອີງໃສ່ ການສຶກສາຄົ້ນຄວ້າ ແລະ ສົມທຽບລະບົບການສຶກສາ ຂອງ ພາກພຶ້ນ ແລະ ສາກົນ

(133 ປະເທດ)

    • ລະບົບການສຶກສາສາມັນ 13 ປີ ເທົ່າກັບ 24 %
    • ລະບົບການສຶກສາສາມັນ 12 ປີ ເທົ່າກັບ 68 %
    • ລະບົບການສຶກສາສາມັນ 11 ປີ ເທົ່າກັບ 8 %
    • ລະບົບການສຶກສາສາມັນ 10 ປີ ເທົ່າກັບ 1 %

    • ປະເທດທີ່ນໍາໃຊ້ ລະບົບ 6+3+3 ທີ່ມີ ຊັ້ນປະຖົມສຶກສາ (6 ປີ) ກວມເອົາ 71 %.
    • ປະເທດທີ່ນໍາໃຊ້ ລະບົບ 5+4+3 ທີ່ມີ ຊັ້ນປະຖົມສຶກສາ (5 ປີ) ຄືກັນກັບ ສປປ ລາວ ກວມເອົາ 7 %.

10 of 15

ເຫດຜົນ ແລະ ຄວາມຈໍາເປັນ

  1. ການເຂົ້າຮຽນຕໍ່ມັດທະຍົມສຶກສາຕອນຕົ້ນ ແມ່ນຍັງຕໍ່າທີ່ສຸດໃນກຸ່ມຜູ້ດ້ອຍໂອກາດ, ເດັກຍິງ ໂດຍສະເພາະ ແມ່ນໃນເຂດທີ່ຫ່າງໄກສອກຫຼີກ. ເສັ້ນທາງຈາກເຮືອນເດີນທາງໄປຫາໂຮງຮຽນມັດທະຍົມຕອນຕົ້ນ ມີຄວາມຫຍຸ້ງຍາກ. ນັກຮຽນທີ່ນອນໃນຫໍພັກ ບໍ່ມີເບ້ຍລ້ຽງ ແລະຈໍານວນໜຶ່ງຜູ້ປົກຄອງເຮັດຫໍພັກຊົ່ວຄາວຢູ່ໂຮງຮຽນໃຫ້ລູກຫຼານພັກເຊົາເພື່ອໃຫ້ໄດ້ເຂົ້າຮຽນແຕ່ບໍ່ມີຄວາມປອດໄພ.
  2. ນັກຮຽນທີ່ຈົບຊັ້ນປະຖົມສຶກສາ (ປ.5) ຍັງມີພຶ້ນຖານຄວາມຮູ້ ວິຊາ ພາສາລາວ ແລະ ວິຊາ ຄະນິດສາດ ບໍ່ທັນໜັກແໜ້ນ ໃນການກຽມຄວາມພ້ອມເພື່ອໄປຮຽນຕໍ່ຊັ້ນມັດທະຍົມຕອນຕົ້ນ.
  3. ອີງໃສ່ຜົນການປະເມີນ SEA-PLM ການປະເມີນ ຜົນການຮຽນຊັ້ນປະຖົມ ໃນບັນດາປະເທດ ຕາເວັນອອກ ສຽງໃຕ້ ປີ 2019 ເຫັນວ່າຜົນການຮຽນ ວິຊາພາສາລາວແລະຄະນິດສາດຊັ້ນປະຖົມຂອງ ສປປລາວ ແມ່ນຕໍ່າກ່ວາ ບັນດາປະເທດສະມະຊິກ ຊີແມວ ແລະ ຜົນການປະເມີນ ASLO ປີ 2023 ກໍ່ເຫັນວ່າ ຜົນການຮຽນຂອງນັກຮຽນສ່ວນໃຫຍ່ ມີລະດັບຜົນການຮຽນ ຕໍ່າກວ່າ ລະດັບທີ່ກໍານົດໄວ້ໃນຫຼັກສູດການຮຽນໃນຊັ້ນຮຽນ.

11 of 15

ເຫດຜົນ ແລະ ຄວາມຈໍາເປັນ

  1. ຖ້າຫັນປ່ຽນເປັນ ລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ມາເປັນ 6+3+3, ນັກຮຽນຈະມີຄວາມຮູ້ຂັ້ນພຶ້ນຖານ, ຄວາມສາມາດໃນການຄົ້ນຄິດ ແລະ ຊ່ວຍເຫຼືອຕົນເອງໄດ້ຫຼາຍກວ່າເກົ່າ ເວລາໄປຮຽນຕໍ່ຊັ້ນ ມັດທະຍົມຕົ້ນ;
  2. ນັກຮຽນຈະມີຄວາມຮູ້ ແລະ ທັກສະ ວິຊາ ພາສາລາວ ແລະ ຄະນິດສາດ ດີຂຶ້ນ ເພື່ອກຽມຄວາມພ້ອມໃນການເຂົ້າຮຽນຕໍ່ໃນຊັ້ນມັດທະຍົມສຶກສາຕອນຕົ້ນ (ລະບົບ 6+3+3);
  3. ເປັນການພັດທະນາລະບົບການຮຽນ ການສອນ ໃນ ສປປ ລາວ ໃຫ້ເຊື່ອມໂຍງ ແລະ ເທົ່າທຽມກັບພາກພື້ນ ແລະ ສາກົນ.
  4. ນັກຮຽນຊັ້ນປະຖົມສຶກສາ ຈະຍັງໄດ້ຮຽນຢູ່ໃກ້ບ້ານຂອງຕົນເອງອີກຕື່ມ 1 ປີ (ປ.6) ຈະຊ່ວຍຫຼຸດຜ່ອນການປະລະການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ ໃນການສົ່ງລູກໄປຮຽນໄກບ້ານ .

12 of 15

ຄາດຄະເນດ້ານຕ່າງໆ

  • ຖ້າຈະຫັນປ່ຽນລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ມາເປັນ 6+3+3 ຈະຕ້ອງໄດ້ໃຊ້ເວລາ, ມີການກະກຽມສຶກສາຄວາມເປັນໄປໄດ້ ໂດຍຄໍານຶງ ກ່ຽວກັບ ການກະກຽມ
    1. ປັບປຸງຫຼັກສູດ, ການຝຶກອົບຮົມຄູນໍາໃຊ້ຫຼັກສູດໃໝ່, ການຈັດພິມ ປື້ມແບບຮຽນ, ປື້ມຄູ່ມືຄູ, ປຶ້ມແຕ່ງບົດສອນຂອງຄູ, ປຶ້ມຮຽກຊື່ ແລະ ໃຫ້ຄະແນນ ແລະ ອື່ນໆ, 
    2. ບັນຈຸຄູສອນ ຂັ້ນ ປ.6. 
    3. ສະໜອງພຶ້ນຖານໂຄງລ່າງ (ໂຮງຮຽນ, ຫ້ອງຮຽນ, ເຟີນິເຈີ, ໂຕະຕັ່ງ ສຳລັບນັກຮຽນ, ສິ່ງອໍານວຍຄວາມສະດວກ)

13 of 15

ຄາດຄະເນດ້ານຕ່າງໆ

ການຄາດຄະເນການສະໜອງພຶ້ນຖານໂຄງລ່າງ 

  1. ອີງຕາມ ການຂະຫຍາຍປະຊາກອນຂອງສູນສະຖິຕິແຫ່ງຊາດ ຄາດຄະເນຈໍານວນນັກຮຽນ ປ.6 ອາຍຸ 11 ປີ ແມ່ນ 127,294 ຄົນ ແລະ ການເກັບກໍາປະຊາກອນນັກຮຽນປີສຸດທ້າຍ ຊັ້ນປະຖົມສຶກສາ ສົກຮຽນ 2024-2025, ປັດຈຸບັນ ນັກຮຽນ ຂັ້ນ ປ.5 ມີ 132,498 ຄົນ. 
    • ການຄິດໄລ່ຫ້ອງຮຽນ ແມ່ນ ຈໍານວນນັກຮຽນ ຂັ້ນ ປ.5 ຈໍານວນ 130,000 ຄົນ / 25 ຄົນ ຕໍ່ຫ້ອງ = 5200 ຫ້ອງ (ຄາດຄະເນ ຈະສ້າງ ຫ້ອງຮຽນ ສຳລັບຂັ້ນ ປ 6 ເພີ່ມ 5200 ຫ້ອງ).
  2. ອີງຕາມ ສະຖິຕິຫ້ອງຮຽນ ຂັ້ນ ປ.5 ສົກຮຽນ 2024-2025 ມີທັງໝົດ 7441 ຫ້ອງ (ພາກລັດ ມີ 6.936 ຫ້ອງ ແລະ ເອກະຊົນ ມີ 505 ຫ້ອງ). ຖ້າອີງໃສ່ ຈໍານວນຫ້ອງຮຽນ ປ.5 ໃນປັດ ຈຸບັນ ຄາດຄະເນຈະຕ້ອງໄດ້ສ້າງຫ້ອງຮຽນ ເພີ່ມສຳລັບຂັ້ນ ປ 6 ຈຳນວນ 6.936 ຫ້ອງ.

14 of 15

ແຜນແລະທິດທາງໃນຕໍ່ໜ້າ

  1. ແຕ່ງຕັ້ງຄະນະຮັບຜິດຊອບ ໃນການຫັນປ່ຽນ ລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ເປັນລະບົບ 6+3+3.
  2. ເຮັດການສຶກສາຄວາມເປັນໄປໄດ້: 1. ສ້າງເຄື່ອງມື ແລະ ເກັບກໍາຂໍ້ມູນ.

2. ກະກຽມຄວາມພ້ອມດ້ານ ພຶ້ນຖານໂຄງລ່າງ, ຫ້ອງຮຽນ, ເຟີນິເຈີ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກ. 3. ກະກຽມການປັບປຸງຫຼັກສູດ. 4. ກະກຽມແຜນບັນຈຸຄູ ໃຫ້ແກ່ ຂັ້ນຮຽນ ປ.6 ຈໍານວນ 6,936 ຄົນ (ພາກລັດ) ແລະ 505 ຄົນ (ເອກະຊົນ).

  • ກໍານົດແຜນຍຸດທະສາດສາຍສາມັນສຶກສາ (2025-2035).
  • ຊອກຫາ ທືນ ແລະ ງົບປະມານ ເພື່ອຮັບໃຊ້ ໃນການຫັນປ່ຽນ ລະບົບການສຶກສາສາຍສາມັນໃນຄັ້ງນີ້.

15 of 15

ຂໍຂອບໃຈ