1 of 36

ລະບົບບັນທຶກການໃຫ້ວັກຊີນກັນພະຍາດ�Electronic Immunization Registry (EIR)

ຂະແໜງກັນພະຍາດ້ວຍວັກຊີນ, ສສມດ

2 of 36

ສາລະບານ

  1. ການໄຫຼວຽນຂໍ້ມູນຂອງການໃຫ້ວັກຊີນກັນພະຍາດ
  2. ສິ່ງທ້າທ້າຍໃນປະຈຸບັນ
  3. ນຳສະເໜີກ່ຽວກັບລະບົບປ້ອນຂໍ້ມູນຕິດຕາມຂອງ DHIS2
  4. ລະບົບປ້ອນຂໍ້ມູນຕິດຕາມ EIR ໃນ DHIS2
  5. EIR ແກ້ໄຂບັນຫາຂໍ້ມູນທີ່ມີຢູ່ຄືແນວໃດ
  6. EIR ແລະ ແບບຟອມເຈ້ຍ
  7. ການສາທິດໂຕຈິງ
  8. ສິ່ງທີ່ຕ້ອງການເພື່ອໃຫ້ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ

3 of 36

1.1 ການໄຫຼວຽນຂໍ້ມູນຂອງການວັກຊີນກັນພະຍາດ�

ຂໍ້ມູນວັກຊີນກັນພະຍາດແມ່ນໄດ້ບັກທຶກໄວ້ໃນຫຼາຍແບບຟອມເຈ້ຍ ເຊັ່ນວ່າ:

  • ບັດເຫຼືອງ / ປຶ້ມຢັ້ງຢືນການຮັບວັກຊີນກັນພະຍາດ ຫົວສີຂຽວ (Vaccination Certificate)
  • ປື້ມຕິດຕາມສຸຂະພາບຂອງແມ່ ແລະ ເດັກ (ປື້ມຫົວສີບົວ) - ສະເພາະຜູ້ມາຮັບບໍລິການ
  • ແບບຟອມລົງທະບຽນເດັກ (ໂດຍ ບ້ານ ຫຼື ເມືອງ) - ສະຖານທີ່ບໍລິການ (ຫລັກໆແມ່ນໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ)
  • ແບບຟອມບັນທຶກການໃຫ້ບໍລິການ (ຂໍ້ມູນລາຍບຸກຄົນ) - ສະຖານທີ່ໃຫ້ບໍລິການ
  • ແບບຟອມຂີດນັບ - ສະຖານທີ່ໃຫ້ບໍລິການ

4 of 36

1.1 ການໄຫຼວຽນຂໍ້ມູນຂອງການວັກຊີນກັນພະຍາດ�

ຂໍ້ມູນຢູ່ໃນແບບຟອມລາຍງານ ທີ່ຖືກປ້ອນເຂົ້າລະບົບ DHIS2 ມີຄື:

  • (ຂໍ້ມູນສັງລວມ) EPI - ແບບຟອມສັກຢາກັນພະຍາດ << ແບບຟອມຂີດນັບ
  • (ຂໍ້ມູນລາຍບຸກຄົນ) EPI - ສັກຢາເດັກ (Event Capture) << ແບບຟອມບັນທຶກການໃຫ້ບໍລິການ

5 of 36

2.1 ບັນດາສິ່ງທ້າທາຍ

ສິ່ງທ້າທາຍ ແບ່ງອອກເປັນ 2 ຮູບແບບ.

  1. ການປ້ອນຂໍ້ມູນ
  2. ພະນັກງານ ຈໍາເປັນຕ້ອງໄດ້ປ້ອນຂໍ້ມູນໃສ່ ຢ່າງໜ້ອຍ 4 ແບບຟອມ

(1. ບັດເຫຼືອງ / ປຶ້ມສີບົວ, 2. ປຶ້ມ ບທ-ດ, 3. ໃບຂີດນັບ ແລະ 4. ບັນທຶກລາຍວັນ);

  • ການລາຍງານປະຈໍາເດືອນແມ່ນ ນັບຈາກ ໃບຂີດນັບ ແລ້ວປ້ອນຂໍ້ມູນຈໍານວນເຂົ້າໃນລະບົບ DHIS2 ຊຶ່ງຫຼາຍຄັ້ງ ເກີດຂໍ້ຜິດພາດໃນການ ກວດນັບ / ສັງລວມ;
  • ການປ້ອນຂໍ້ມູນລາຍບຸກຄົນ ເປັນວຽກຄູ່ຂະໜານທີ່ພະນັກງານຕ້ອງບັນທຶກ ແລະ ລາຍງານແຕ່ລະມື້ ຊຶ່ງບາງເທື່ອກໍ່ບໍ່ຄົບຖ້ວນ.

6 of 36

2.2 ບັນດາສິ່ງທ້າທາຍ

2. ການວິເຄາະ ແລະ ນໍາໃຊ້ຂໍ້ມູນ

  • ບັນຫາຕົ້ນຕໍແມ່ນ ອັດຕາປົກຄຸມຂອງແຕ່ລະເຂດ / ເມືອງ;
  • ລາຍງານປະຈໍາເດືອນ ບໍ່ສະທ້ອນຕໍ່ອັດຕາປົກຄຸມຂອງເຂດທີ່ເດັກນ້ອຍອາໃສຢູ່. ໂດຍສະເພາະແມ່ນການຮັບວັກຊີນຈາກເຂດບໍລິການອື່ນ (ໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍຊຸມຊົນ);
  • ເດັກນ້ອຍຫຼາຍຄົນ ຮັບວັກຊີນຢູ່ ໂຮງໝໍ ສູນກາງ, ໂຮງໝໍແຂວງ. ຫຼາຍຄອບຄົວ ພາລູກໄປຮັບວັກຊີນຢູ່ ສະຖານທີ່ອື່ນ ເຊັ່ນ: ການຍ້າຍຖິ່ນຖານ, ຍ້າຍບ່ອນເຮັດວຽກ, ໄປຢ້ຽມພີ່ນ້ອງ ແລະ ອື່ນໆ ຊຶ່ງເຮັດໃຫ້ການຄິດໄລ່ອັດຕາປົກຄຸມຂອງເຂດ ຜິດພາດ;
  • Event Capture ບັນທຶກທີ່ຢູ່ / ບ້ານ ທີ່ເດັກນ້ອຍອາໃສຢູ່ ແຕ່ບໍ່ສາມາດເບິ່ງໄລຍະຫ່າງລະຫວ່າງໂດສ໌.

7 of 36

3.1 ນຳສະເໜີກ່ຽວກັບລະບົບ�ຂໍ້ມູນຕິດຕາມຂອງ DHIS2 / Tracker

ແມ່ນລະບົບ ຂໍ້ມູນ, ຂ່າວສານ ການ ໃຫ້/ຮັບ ວັກຊີນກັນພະຍາດ ຂອງແຕ່ລະບຸກຄົນ, ສາມາດນໍາໃຊ້ເຂົ້າໃນການບັນທຶກ, ຕິດຕາມ ປະຫວັດການຮັບວັກຊີນ ສໍາລັບຜູ້ຮອດເກນຮັບວັກຊີນ ຫຼື ຜູ້ພາດໂອກາດ ແລະ ວາງແຜນການນໍາໃຊ້ວັກຊີນ ແລະ ອຸປະກອນ

ທຸກຂໍ້ມູນ ຈະບັນທຶກເຂົ້າໃນຄອມພີວເຕີ ຊຶ່ງຈະຊ່ວຍໃນການເກັບຮັກສາ ເປັນໄລຍະຍາວ.

ສາມາດນໍາໃຊ້ເປັນແບບ ອອນລາຍ (ແລະ ບໍ່ອອນລາຍ ໄລຍະຕໍ່ໄປ).

ລະບົບ EIR ນີ້

  • ຈະເປັນການເກັບຂໍ້ມູນລາຍບຸກຄົນໃນຂັ້ນຊຸມຊົນ: ແຕ່ລະບ້ານ, ເປົ້າໝາຍຕົວຈິງແຕ່ລະຄົນ.
  • ຊ່ວຍທີມແພດໃນການ ກະກຽມເປົ້າໝາຍທີ່ຮອດເກນ/ນັດໝາຍ ຮັບວັກຊີນໃນແຕ່ລະບ້ານ, ການນັດໝາຍ ບ້ານ/ເປົ້າໝາຍ ກ່ອນການລົງໃຫ້ບໍລິການ (ໜ່ວຍເຄື່ອນທີ່)
  • ການກະກຽມວັກຊີນ ແລະ ອຸປະກອນ ທີ່ກ່ຽວຂ້ອງ ໃຫ້ພຽງພໍ.
  • ຕິດຕາມຄວາມຄືບໜ້າ ຈໍານວນເດັກທີ່ໄດ້ຮັບວັກຊີນໃນແຕ່ລະບ້ານ.
  • ໃຊ້ແທນ ບັນດາແບບຟອມ ບັນທຶກ, ລາຍງານ ທີ່ມີຫຼວງຫຼາຍໃນໄລຍະຜ່ານມາ.

8 of 36

3.2 ນຳສະເໜີກ່ຽວກັບລະບົບ ຂໍ້ມູນຕິດຕາມຂອງ

DHIS2 / Tracker

    • ເພີ່ມປະສິດທິພາບໃນການ ຄຸ້ມຄອງວຽກງານວັກຊີນກັນພະຍາດ ແຕ່ລະຂັ້ນ ໂດຍສະເພາະ ແມ່ນການ ຄຸ້ມຄອງວັກຊີນ ແລະ ອຸປະກອນ;
    • ແກ້ໄຂບັນຫາ ການບັນທຶກ, ລາຍງານ ຂໍ້ມູນການໃຫ້ວັກຊີນລາຍບຸກຄົນ ໃຫ້ມີ ຄຸນນະພາບ ແລະ ໜ້າເຊື່ອຖື;
    • ແກ້ໄຂບັນຫາ ການໂອນຂໍ້ມູນບໍລິການ ຈາກບ່ອນໜຶ່ງ ໄປຫາອີກບ່ອນໜຶ່ງ;

9 of 36

ການປ້ອນຂໍ້ມູນຕິດຕາມ EIR ໃນລະບົບ DHIS2

ເດັກ

(ມາຮັບບໍລິການ)

ລາຍລະອຽດສ່ວນຕົວ

ບ້ານເກີດ

ລະຫັດສະເພາະເດັກ

ຂໍ້ມູນສ່ວນຕົວ.

ຮັບບໍລິການ 1

(10/03)

ວັກຊີນ

BCG

HepB

ຮັບບໍລິການ 2

(08/04)

ວັກຊີນ

OPV 1

Penta 1

PCV 1

ຮັບບໍລິການ 3

(06/05)

ວັກຊີນ

OPV 2

Penta 2

PCV 2

ທ່ານຫມໍທີ່ຮັບຜິດຊອບ

(“ໜ່ວຍງານອົງການຈັດຕັ້ງ”)

ຮໝນ ກອກຫວານ

(ເມືອງ ຫຼວງພະບາງ)

ບ້ານເກີດ

ບ. ກອກຫວານ

ເຂດປົກຄຸມຂອງ ຮໝນ ກອກຫວານ

(ເມືອງ ຫຼວງພະບາງ)

ສະຖານທີ່ຮັບວັກຊີນ

ຮໝຂ ຫຼວງພະບາງ

ສະຖານທີ່ຮັບວັກຊີນ

ຮໝນ ກອກຫວານ

ສະຖານທີ່ຮັບວັກຊີນ

ຮໝຊ ໄຊທານີ

ຕິດຕາມເດັກທີ່ໄດ້ຮັບບໍລິການວັກຊີນຫຼາຍຄັ້ງ

ຂັ້ນຕອນທີ່ກໍານົດໄວ້ - ການໄດ້ຮັບວັກຊີນແຕ່ລະສະຖານທີ່

ໄປຮັບບໍລິການແຂວງອື່ນ

ກັບມາຮັບບໍລິການເຂດປົກຄຸມ

ເດັກເກີດຢູ່ ຮໝຂ

10 of 36

4.1 ລະບົບປ້ອນຂໍ້ມູນຕິດຕາມ EIR ໃນ DHIS2

  • ລະບົບປ້ອນຂໍ້ມູນຕິດຕາມ EIR ຖືກພັດທະນາຂື້ນຢູ່ລະບົບຕິດຕາມຂໍ້ມູນຂອງ DHIS2
  • ຂໍ້ມູນເດັກ (ລາຍບຸກຄົນ) ຈະຖືກລົງທະບຽນໂດຍຂໍ້ມູນສ່ວນໂຕໂດຍມີຊື່, ວດປ ເກີດ, ເພດ, ສະຖານທີເກີດ (ບ້ານ), ແລະ ຂໍ້ມູນອື່ນໆ.
  • ລະຫັດສະເພາະຈະຖືກກຳນົດໃຫ້ເດັກແຕ່ລະຄົນເຊີ່ງສາມາດນຳໃຊ້ຄົ້ນຫາໄດ້ໃນລະບົບປ້ອນຂໍ້ມູນຕິດຕາມ EIR.
    • ລະຫັດສະເພາະມີ 12 ໂຕເລກ - DDMMYYYY-X-XXX
  • ເດັກຈະຜ່ານການຮັບວັກຊີນຫລາຍຄັ້ງ ແລະ ແຕ່ລະຄັ້ງຈະຖືກບັນທຶກຂໍ້ມູນຮັບວັກຊີນໄວ້.
  • ໂຕຊີ້ວັດ, ແທ່ງສະແດງຂໍ້ມູນ ແລະ ກະດານຂ່າວທີ່ຈະສະໜອງການວິເຄາະວິໄຈອື່ນໆແບບອັດຕະໂນມັດ, ເຊີ່ງວ່າບໍ່ຈຳເປັນຕ້ອງເອົາຂໍ້ມູນມາຄິດໄລ່ເອົາເອງ.

11 of 36

4.2 ຜົນປະໂຫຍດທີ່ຈະໄດ້ຈາກການນໍາໃຊ້ລະບົບ EIR

    • ຫຼຸດປະລິມານວຽກງານ ໃຫ້ທີມແພດ ໃນທຸກຂັ້ນ ໂດຍການຫຼຸດຜ່ອນ ນໍາໃຊ້ເອກະສານ ບັນທຶກ, ລາຍງານ ເທື່ອລະກ້າວ;
    • ຫຼຸດຜ່ອນຄວາມຜິດພາດໃນການສັງລວມຂໍ້ມູນ;
    • ຫຼຸດຜ່ອນງົບປະມານ ໃນການຈັດພິມ ບັນດາແບບຟອມກ່ຽວຂ້ອງ;
    • ຕິດຕາມຄວາມຄືບໜ້າ ອັດຕາປົກຄຸມຂອງແຕ່ລະຈຸດ/ເຂດ ຢ່າງແທດເໝາະ;
    • ຕິດຕາມຜູ້ ຮອດເກນຮັບວັກຊີນ ຫຼື

ຜູ້ພາດໂອກາດ ໃນແຕ່ລະບ້ານ;

    • ຕິດຕາມການລາຍງານໃນກະດານຂ່າວ

ແບບອັດຕະໂລມັດ

12 of 36

5. EIR ຈະແກ້ໄຂບັນຫາຂໍ້ມູນທີ່ມີຢູ່ຄືແນວໃດ?

ລະບົບຕິດຕາມຂໍ້ມູນ EIR ຈະເກັບກຳຂໍ້ມູນແບບຄົບຖ້ວນໃນສອງທາງ - ອັດຕາປົກຄຸມ ແລະ ໂຕເລກການໃຫ້ບໍລິການ.

1. ອັດຕາປົກຄຸມໃນເຂດປົກຄຸມ

  • ໂດຍການເກັບກຳທີ່ຢູ່ຂອງເດັກ ແລະ ສະຖານະກັນຮັບວັກຊີນ, ລະບົບ EIR ສາມາດຄິດໄລ່ອັດຕາປົກຄຸກທີ່ຖືກຕ້ອງກວ່າ.
  • ທຸກໆຄັ້ງທີ່ມາຮັບບໍລິການຢູ່ ຮໝສ ຫຼື ຮໝຂ ຈະຖືກຄິດໄລ່ໂດຍອີງໃສ່ຖີ່ນກຳເນີດບ້ານ, ເມືອງ, ແຂວງ.

2. ໂຕເລກການໃຫ້ບໍລິການຂອງສະຖານທີ່ບໍລິການ

  • ສະຖານທີ່ບໍລິການຈະບັນທຶກເຫດການທຸກຄັ້ງທີ່ໄດ້ຮັບວັກຊີນພ້ອມທັງສະຖານທີ່ຮັບວັກຊີນ.
  • ສາມາດຮູ້ໄດ້ເຖີງຈຳນວນວັກຊີນທີ່ສັກໂດຍແຕ່ລະສະຖານທີ່ບໍລິການ.

13 of 36

6. ລະບົບປ້ອນຂໍ້ມູນຕິດຕາມ EIR ແລະ ແບບຟອມເຈ້ຍ

ການຈົດບັນທຶກຂໍ້ມູນໃສ່ແບບຟອມເຈ້ຍຈະຫຼຸດລົງ.

  • ປຶ້ມບັນທຶກເດັກ (ບທ-ດ) - ຢຸດນຳໃຊ້.
  • ແບບຟອມບັນທຶກການໃຫ້ບໍລິການ (ລາຍບຸກຄົນ)

- ບັນທຶກການຮັບວັກຊີນລາຍບຸກຄົນ (Service Linelist)

ແບບຟອມ ບັນທຶກການໃຫ້ບໍລິການ ໃໝ່ ຈະແທນທີ່ແບບຟອມ ບທ-ດ ແລະ ແບບຟອມລາຍຊື່.

    • ມີ 2 ແບບຟອມ ບັນທຶກປະຈຳວັນ ແຍກກັນ - ປື້ມລົງທະບຽນໃໝ່ (1) ແລະ

ປື້ມບັນທຶກປະຈໍາວັນ (2)

    • ສໍາລັບເດັກນ້ອຍທຸກຄົນທີ່ມາບໍລິການ, ພະນັກງານຈະຕ້ອງຈົດບັນທຶກໃສ່ ປື້ມລົງທະບຽນໃໝ່ (1) ຫຼື ປື້ມບັນທຶກປະຈຳວັນ (2) ໃນກໍລະນີ້ດັ່ງລຸ່ມນີ້.

14 of 36

6. ລະບົບປ້ອນຂໍ້ມູນຕິດຕາມ EIR ແລະ ແບບຟອມເຈ້ຍ

      • ກໍລະນີທີ 1 - ໃນເວລາທີ່ພະນັກງານສາມາດປ້ອນຂໍ້ມູນໃນ EIR ອອນໄລນ໌, ພະນັກງານຕ້ອງບັນທຶກໃສ່ແບບຟອມ ບັນທຶກການຮັບວັກຊີນລາຍບຸກຄົນ
      • ກໍລະນີທີ 2 - ເມື່ອພະນັກງານບໍ່ສາມາດນຳໃຊ້ EIR, (ບໍ່ມີອິນເຕີເນັດ/ເຄື່ອນທີ), ພະນັກງານຕ້ອງບັນທຶກໃສ່ແບບຟອມ ບັນທຶກການຮັບວັກຊີນລາຍບຸກຄົນ

15 of 36

6. ບັນທຶກການຮັບວັກຊີນລາຍບຸກຄົນ

  • ແບບຟອມ 1: ປື້ມລົງທະບຽນໃໝ່ (1)
      • ໃຊ້ສຳລັບ ລົງທະບຽນໃຫ້ເດັກທີ່ບໍ່ທັນມີຂໍ້ມູນໃນລະບົບ, ນໍາໃຊ້ທັງໃນ ເຂດຄົງທີ່ ແລະ ບໍລິການເຄື່ອນທີ່.
      • ໃນກໍລະນີທີ່ເດັກບໍ່ທັນໄດ້ລົງທະບຽນເຂົ້າລະບົບເທື່ອ, ໃຫ້ລົງທະບຽນເຂົ້າລະບົບໃໝ່ໂດຍປ້ອນຂໍ້ມູນທີ່ໄດ້ຮັບວັກຊີນໃນໄລຍະຜ່ານມາ.
      • ຖ້າວ່າເດັກບໍ່ທັນໄດ້ລົງທະບຽນເທື່ອ ແຕ່ໄດ້ຮັບວັກຊີນບາງຊະນິດແລ້ວ, ຫຼື ໄດ້ຮັບວັກຊິນຫຼາຍຢ່າງແລ້ວໃຫ້ບັນທຶກຂໍ້ມູນວັກຊີນທັງໝົດທີ່ໄດ້ຮັບຜ່ານມາເຂົ້າ

ໃນແບບຟອມ ເພື່ອສາມາດສືບຕໍ່ບັນທຶກຂໍ້ມູນໂດສ໌ຕໍ່ໄປ.

16 of 36

ບັນທຶກການຮັບວັກຊີນລາຍບຸກຄົນ - ປື້ມລົງທະບຽນໃໝ່ (1)

01012023-1-458 ມັງກອນ ຊ 01/01/2023 ລີ 02012345678 ໜອງໄຮ ລາວ ລາວ 01/01/2023 BCG Hep-0 ຄົງທີ

17 of 36

ໃນກໍລະນີທີ່ພົບເຫັນເດັກນ້ອຍທີ່ຍັງບໍ່ໄດ້ລົງທະບຽນທີ່ໄດ້ຮັບວັກຊິນຫຼາຍຊະນິດໃນຜ່ານມາ

01012023-1-458 ມັງກອນ ຊ 01/01/2023 ລີ 02012345678 ໜອງໄຮ ລາວ ລາວ 01/01/2023 BCG Hep-0 ຄົງທີ

01/02/2023 OPV1 Penta1 PCV1 ຄົງທີ

01/03/2023 OPV2 Penta2 PCV2 ຄົງທີ

01032023-1-234 ພອນໄຊ ຊ 02/01/2023 ໄພ 02099889988 ດອນກອຍ ລາວ ລາວ 02/03/2023 BCG Hep-0 ຄົງທີ

18 of 36

6. ບັນທຶກການຮັບວັກຊີນລາຍບຸກຄົນ

  • ແບບຟອມ 2: ປື້ມບັນທຶກລາຍວັນ (2)
    • ໃຊ້ສໍາລັບ ບັນທຶກການຮັບວັກຊີນແຕ່ລະມື້ ນໍາໃຊ້ທັງໃນຈຸດ ຄົງທີ່ ແລະ ເຄື່ອນທີ່.
    • ໃນກໍລະນີທີ່ ເດັກໄດ້ລົງທະບຽນໃນລະບົບ EIR ແລະ ມີລະຫັດສະເພາະ ແລ້ວ.
    • ພະນັກງານຄວນກວດເບີ່ງກ່ອນວ່າມີລະຫັດບໍ່ຢູ່ ບັດເຫຼືອງ/ປື້ມບັນທຶກການຮັບວັກຊີນ ຫຼື ປື້ມຫົວສີບົວ, ຖ້າບໍ່ມີ ນັ້ນໝາຍຄວາມວ່າເດັກອາດຈະບໍ່ທັນໄດ້ລົງທະບຽນເທື່ອ.
    • ພະນັກງານຕ້ອງໄດ້ຄົ້ນຫາລະຫັດສະເພາະຢູ່ໃນລະບົບ EIR. ຖ້າມີຂໍ້ມູນໃນລະບົບໃຫ້ບັນທຶກໃສ່ປື້ມບັນທຶກລາຍວັນ (2).
    • ຖ້າເດັກຖືກລົງທະບຽນແລ້ວ ແລະ ເຄີຍຮັບວັກຊີນແລ້ວ, ໃຫ້ແນ່ໃຈວ່າຂໍ້ມູນການຮັບວັກຊີນຖືກບັນທຶກເຂົ້າລະບົບ EIR.

19 of 36

ບັນທຶກການຮັບວັກຊີນລາຍບຸກຄົນ - ປື້ມບັນທຶກລາຍວັນ (2)

01032023-2-123 ນາລີນ ທາດຫຼວງ 16/06/2023 OPV3 Penta3 PCV3 ຄົງທີ

IPV

15092022-1-899 ອານຸສັກ ນາໄຊ 16/06/2023 MR1 JE ຄົງທີ

20 of 36

8. ສິ່ງທີ່ຕ້ອງການເພື່ອໃຫ້ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ�

ໂດຍອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກວຽກງານລົງທະບຽນວັກຊີນ COVID-19 CVR ແລະ ລະບົບຕິດຕາມອື່ນໆ

  • ພະນັກງານ ສະຖານທີ່ບໍລິການຕ້ອງການຄອມພີວເຕີ ຫຼື ແທັບເລັດ ຢ່າງໜ່ອຍ 1 ໜ່ວຍໃນການປ້ອນຂໍ້ມູນ EIR
  • ຕ້ອງມີພະນັກງານຢ່າງໜ່ອຍໜຶ່ງຄົນຮັບຜິດຊອບປ້ອນຂໍ້ມູນ EIR, ແລະ ມີຄົນອື່ນໆຮັບຜິດຊອບ ການໃຫ້ວັກຊີນ, ບັນທຶກເຂົ້າແບບຟອມເຈ້ຍ.
  • ໃຫ້ລະບຸແຈ້ງວ່າສະຖານທີ່ບໍລິການໃດທີ່ມີຄວາມພ້ອມນຳໃຊ້ລະບົບ EIR ໂດຍມີສັນຍານອິນເຕີເນັດດີຄົງທີ່.

21 of 36

8. ສິ່ງທີ່ຕ້ອງການເພື່ອໃຫ້ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ�

  • ຖ້າມີສັນຍານອິນເຕີເນັດທີ່ດີ, ຂໍ້ມູນຂອງເດັກແຕ່ລະຄົນຄວນຖືກປ້ອນເຂົ້າລະບົບກັບທີ່ທັນທີ. ບໍ່ຄວນປະໃຫ້ມີຂໍ້ມູນຄົງຄ້າງ
  • ຖ້າຫາກບໍ່ມີສັນຍານອິນເຕີນເນັດ ຫຼື ລົງເຄື່ອນທີ່, ໃຫ້ບັນທຶກຂໍ້ມູນໃສ່ແບບຟອມເຈ້ຍ ແລ້ວຈຶ່ງປ້ອນຂໍ້ມູນເຂົ້າລະບົບຫຼັງຈາກນັ້ນ ບໍ່ໃຫ້ກາຍ 2 ວັນ.
  • ໃຫ້ລະມັດລະວັງໃນການເກັບກຳ ແລະ ປ້ອນຂໍ້ມູນ ຊື່, ວດປ ເກີດ, ແລະ ເພດ ຂອງເດັກ ຖ້າຫາກວ່າຂໍ້ມູນເຫຼົ່ານີ້ຜິດຈະເຮັດໃຫ້ລະຫັດສະເພາະສ້າງຂື້ນມາຜິດ
  • ລະຫັດສະເພາະຈະຕ້ອງບັນທຶກໃສ່ປື້ມ ຕິດຕາມການຮັບວັກຊີນ (ຫົວສີຂຽວ) ຫຼື ປື້ມຫົວສີບົວ ແລະ ແບບຟອມເຈ້ຍ.

22 of 36

ຄໍາແນະນໍາ

  • ການລາຍງານເຂົ້າລະບົບ DHIS2
    • ສະຫຼຸບລາຍງານປະຈໍາເດືອນ: ສືບຕໍ່ລາຍງານຈົນກ່ວາມີແຈ້ງການເພີ່ມເຕີມ.
    • ການບັນທຶກເຫດການ Event Capture : ໂຮງໝໍສູນກາງ/ໂຮງໝໍແຂວງ – ສືບຕໍ່ການລາຍງານຈົນກ່ວາໝົດປີນີ້ / ໂຮງໝໍເມືອງ / ສຸກສາລາ – ຢຸດປ້ອນເປັນທາງການ

23 of 36

ຄໍາແນະນໍາ

  • ຂໍ້ມູນເກົ່າທີ່ຈະຕ້ອງໄດ້ປ້ອນເຂົ້າລະບົບຄືນຈາກປື້ມ (ບທ-ດ ເກົ່າ)
  • ຮໝສ & ຮໝຂ: ບໍ່ໃຫ້ປ້ອນຢ້ອນຫຼັງ(ສ່ຽງຕໍ່ການເຮັດໃຫ້ຂໍ້ມູນຊ້ຳກັນກັບ ຮໝຊ & ຮໝນ)
    • ບຸລິມະສິດ 1: ປີເກີດ 2023 (ເດັກທີ່ເກີດຫຼັງວັນທີ 01/01/2023)
    • ບຸລິມະສິດ 2: ກ່ອນປີ 2023, ແຕ່ການຮັບວັກຊີນກັນພະຍາດຕາມຮອບປົກກະຕິຍັງບໍ່ທັນຄົບ.
    • ໂດຍບໍ່ອີງໃສ່ວັນເດືອນປີເກີດ, ພະນັກງານຈະຕ້ອງລົງທະບຽນຜູ້ທີ່ມາຮັບບໍລິການທັງຫມົດຢູ່ສະຖານທີ່ບໍລິການ ໂດຍການບັນທຶກປະຫວັດການຮັບວັກຊີນທີ່ຜ່ານມານຳ.

24 of 36

ຄໍາແນະນໍາ

  • ການເລືອກວັນນັດ ສຳລັບເຂັມຕ່າງໆແມ່ນໃຫ້ເລືອກ “ຕາມໄລຍະຫ່າງຂອງ ເຂັມຢາ ທີ່ກຳນົດໄວ້ໃນຕາຕາລາງສັກຢາ”,ບໍ່ໃຫ້ເລືອກຕາມວັນທີຂອງແຜນລົງ ເຄື່ອນໄຫວ(ເພື່ອຮັບປະກັນໃຫ້ເດັກໄດ້ຮັບວັກຊີນຕາມກຳນົດເວລາທີ່ຖືກຕ້ອງ)
  • ຖ້າເດັກສັກຄົບ MR2 ແລ້ວ “ບໍ່ໃຫ້ນັດໝາຍຕື່ມອີກ”, ພາຍຫລັງກົດສຳແລ້ວ ໃຫ້ ກົດໃສ່ປຸ່ມ “ສຳເລັດ ແລະ ອອກ”

25 of 36

Demonstration & Practice

26 of 36

ເລືອກສະຖານທີ່ບໍລິການເພື່ອປ້ອນຂໍ້ມູນ EIR

  • ໃນການປ້ອນຂໍ້ມູນ EIR ແມ່ນໃຫ້ເລືອກສະຖານທີ່ບໍລິການແລ້ວປ້ອນຂໍ້ມູນ
  • ບໍ່ໃຫ້ເລືອກບ້ານບໍ່ວ່າຈະເປັນກໍລະນີທີ່ລົງທະບຽນໃໝ່ ຫຼື ສືບຕໍ່ປ້ອນຂໍ້ມູນເກົ່າ.

27 of 36

ຄຳຖາມທີ່ພົບເລືອຍໆ (FAQ)

  • ການຈົດບັນທຶກລະຫັດສະເພາະເດັກໃສ່ປື້ມສີຂຽວ (ບັດຮັບວັກຊີນ)
  • ລະຫັດສະເພາະເດັກຈາກ EIR ຄວນຖືກບັນທຶກໄວ້ໃນປຶ້ມສີຂຽວ ແລະ ປຶ້ມສີບົວ ພ້ອມທັງໃນບັນທຶກການບໍລິການ.
    • ສໍາລັບປື້ມສີຂຽວ, ກະລຸນາຂຽນລະຫັດສະເພາະເດັກເຕັມໃສ່ບ່ອນຫວ່າງຫ້ອງ ວັນເດີອນປີເກີດ.

28 of 36

29 of 36

ຄຳຖາມທີ່ພົບເລືອຍໆ (FAQ)

  • ບ້ານເຂດປົກຄຸມບໍ່ມີ ຫຼື ຜິດໃນ EIR
    • ບ້ານເຂດປົກຄຸມສໍາລັບແຕ່ລະສະຖານທີບໍລິການແມ່ນເປັນຂໍ້ມູນທີ່ສໍາຄັນຫຼາຍຕໍ່ EIR.
    • ສະຖານທີບໍລິການຈະຕ້ອງລາຍງານໃຫ້ທີມງານສູນກາງໂດຍໄວ ຖ້າລາຍຊື່ບ້ານປົກຄຸມບໍ່ຖືກຕ້ອງ.
  • ການໃຫ້ບໍລິການສັກວັກຊີນປ້ອງກັນພະຍາດໂດຍໂຮງໝໍຊຸມຊົນ ຫຼື ຫ້ອງການສາທາລະນະສຸກເມືອງ.
    • ເມືອງຈະຕ້ອງລາຍງານໃຫ້ຖືກຕ້ອງກ່ຽວກັບການໃຫ້ບໍລິການລະຫວ່າງ ໂຮງໝໍຊຸມຊົນ ແລະ ຫ້ອງການສາທາລະນະສຸກເມືອງ.
    • ມີກໍລະນີທີ່ແຕກຕ່າງກັນຂຶ້ນກັບ
      • ສະຖານ​ທີ່​ໃດ​ໃຫ້ການ​ບໍລິການ​ຄົງ​ທີ່ / ເຄື່ອນທີ (ໄປ-ກັບ) / ເຄື່ອນທີ (ແຮມຄືນ)?
      • ບ້ານປົກຄຸມຂື້ນກັບ ໂຮງໝໍຊຸມຊົນ ຫຼື ຫ້ອງການສາທາລະນະສຸກເມືອງ?
      • ໂຮງໝໍຊຸມຊົນ ແລະ ຫ້ອງການສາທາລະນະສຸກເມືອງ ມີບ້ານປົກຄຸມແຍກຕ່າງກັນບໍ?

30 of 36

ຄຳຖາມທີ່ພົບເລືອຍໆ (FAQ)

  • ບັນທຶກການໄດ້ຮັບວັກຊີນຈາກຄລີນິກເອກະຊົນ ຫຼື ຕ່າງປະເທດ (ປະເທດໄທ)
    • ປື້ມສີຂຽວແມ່ນເອກະສານຂອງລັດຖະບານ. ມີພຽງແຕ່ພະນັກງານສາທາລະນະສຸກທີ່ສາມາດຂຽນ ແລະ ບັນທຶກໄດ້.
    • ໃນກໍລະນີທີໄດ້ຮັບບໍລິການວັກຊີນຈາກສະຖານທີ່ອື່ນ, ພໍ່ແມ່ເດັກຕ້ອງສະແດງຫຼັກຖານຂອງການໄດ້ຮັບວັກຊີນ (ເຊັ່ນ: ໃບຢັ້ງຢືນການໄດ້ຮັບວັກຊີນ). ເມື່ອພະນັກງານສະຖານທີບໍລິການຢືນຢັນຄວາມຖືກຕ້ອງ, ຈຶ່ງສາມາດອອກປື້ມສີຂຽວ ແລະ ປ້ອນຂໍ້ມູນເຂົ້າລະບົບ EIR.

31 of 36

ຄຳຖາມທີ່ພົບເລືອຍໆ (FAQ)

  • ການໄດ້ຮັບວັກຊີນກັນພະຍາດຢູ່ສະຖານທີບໍລິການອື່ນ - ລະມັດລະວັງການເລືອກ
    • ເມື່ອເລືອກສະຖານທີບໍລິການສຸກຂະພາບອື່ນໃນ EIR, ໃຫ້ເປີດເລືອກໂຄງຮ່າງການຈັດຕັ້ງ ແລະ ເລືອກ "ສະຖານທີ່ບໍລິການ", ບໍ່ແມ່ນ "ແຂວງ" ຫຼື "ເມືອງ".
    • ໃນບາງກໍລະນີ, ຜູ້ນຳໃຊ້ລະບົບ ເລືອກແຂວງແທນທີ່ຈະເປັນໂຮງຫມໍແຂວງ.

32 of 36

ຄຳຖາມທີ່ພົບເລືອຍໆ (FAQ)

  • ຖ້າເດັກເສຍຊີວິດໃນລະຫວ່າງການຮັບບໍລິການວັກຊີນກັນພະຍາດຮອບປົກກະຕິ,
    • ລຶບຕາຕະລາງນັດໝາຍ.
    • ຂຽນກ່ຽວກັບການເສຍຊີວິດຂອງເດັກໃນ “ບັນທຶກ” – “ເດັກເສຍຊີວິດໃນວັນທີ ວັນທີ/ເດືອນ/ປີ”.
    • ໃຊ້ “ບັນທຶກ” ທີ່ເປັນຂອງເດັກ, ບໍ່ແມ່ນຢູ່ໃນຂໍ້ມູນແຕ່ລະວັກຊີນ.
    • ກົດໃສ່ປຸ່ມສີແດງ ແລະ ເລືອກຄຳວ່າ “ຢຸດນຳໃຊ້ Person”

33 of 36

ຂໍ້ຜິດພາດ - ລົງທະບຽນເດັກຊ້ຳກັນ

  • ການລົງທະບຽນເດັກຊ້ຳກັນ - ເປັນບັນຫາສຳຄັນຫຼາຍທີ່ຕ້ອງເອົາໃຈໃສ່.
  • ສະຖານທີ່ບໍລິການຄວນລົງທະບຽນເດັກ 1 ຄັ້ງເທົ່ານັ້ນຕໍ່ເດັກໜຶ່ງຄົນ.
  • ເວລາເດັກມາສັກຢາຄັ້ງທຳອິດ, ສະຖານທີ່ບໍລິການດັ່ງກ່າວຕ້ອງລົງທະບຽນໃຫ້ກັບເດັກຢູ່ລະບົບ EIR.
  • ຖ້າຫາກວ່າເດັກເຄີຍຮັບວັກຊີນມາກ່ອນແລ້ວ, ສະຖານທີ່ບໍລິການຈະຕ້ອງກວດເບີ່ງວ່າ:
    • ເດັກມີລະຫັດສະເພາະເດັກຂຽນໃສ່ປື້ມສີບົວບໍ່. (ກວດເບີ່ງຢູ່ປື້ມສີບົວ ແລະ ບັດຮັບວັກຊີນສີຂຽວ)
    • ເດັກເຄີຍລົງທະບຽນໃນລະບົບມາກ່ອນບໍ່. (ຖາມພໍ່ແມ່ຂອງເດັກ)
    • ກວດເບີ່ງວ່າຂໍ້ມູນເດັກມີຢູ່ລະບົບ EIR ຫຼື ບໍ່?
  • ລົງທະບຽນໃໝ່ໃຫ້ເດັກຖ້າວ່າກວດເບີ່ງແລ້ວບໍ່ເຫັນຂໍ້ມູນເດັກຢູ່ໃນລະບົບ.

34 of 36

ຂໍ້ຜິດພາດ - ລົງທະບຽນເດັກຊ້ຳກັນ

  • ບັນຫາທີ່ພົບເຫັນເລື້ອຍໆ
    • ເດັກທີ່ເກິດຢູ່ໂຮງໝໍຊຸມຊົນ ແລະ ໄດ້ຮັບວັກຊີນຕອນເກິດທີ່ນັ້ນ.
    • ເດັກກັບໄປບ້ານເກີດເຊີ່ງຢູ່ໄຕ້ເຂດປົກຄຸມຂອງໂຮງໝໍນ້ອຍຂອງເຂົາເອງ.
    • ເດັກໄປຮັບວັກຊີນຢູ່ສະຖານທີ່ບໍລິການໄກ້ຄຽງທີ່ເປັນເຂດປົກຄຸມ.

    • ສະຖານທີ່ໃດຄວນເປັນຜູ້ລົງທະບຽນເດັກ?

35 of 36

ຂໍ້ຜິດພາດ - ລົງທະບຽນເດັກຊ້ຳກັນ

  • ບັນຫາທີ່ພົບເຫັນເລື້ອຍໆ
    • ເດັກເກິດຢູ່ໂຮງໝໍຢູ່ໂຮງໝໍຊຸມຊົນ ແລະ ໄດ້ຮັບວັກຊີນຕອນເກິດ
    • ພງ ຮໝຊ ລົງທະບຽນເດັກຢູ່ລະບົບ EIR.
    • ເດັກກັບໄປບ້ານເກິດເຊີ່ງຢູ່ໃນຢູ່ເຂດປົກຄຸມຂອງໂຮງໝໍນ້ອຍຂອງເຂົາເອງ
    • ເດັກໄປຮັບວັກຊີນຢູ່ໂຮງໝໍນ້ອຍ.
    • ພງ ໂຮງໝໍນ້ອຍໄດ້ລົງທະບຽນເດັກ.
    • ໃນກໍລະນີນີ້, ເດັກໜຶ່ງຄົນຈະຖືກລົງທະບຽນສອງເທື່ອ. ເຊີ່ງຈະໄປກະທົບກັບຂໍ້ມູນສັງລວມ.

36 of 36

ຂໍ້ຜິດພາດ - ລົງທະບຽນເດັກຊ້ຳກັນ

  • ຂໍ້ຄວນເອົາໃຈໃສ່
    • ເດັກທີ່ເກິດແລະໄດ້ຮັບວັກຊີນຢູ່ໂຮງໝໍຊຸມຊົນ - ໂຮງໝໍຊຸມຊົນແມ່ນຜູ້ສັກທຳອິດ.
    • ພງ ໂຮງໝໍຊຸມຊົນຈະຕ້ອງລົງທະບຽນເດັກເຂົ້າລະບົບ.
    • ໃຫ້ເລືອກບ້ານຢູ່ຖາວອນຂອງເດັກຢູ່ໃນລະບົບ EIR.
    • ພງ ໂຮງໝໍນ້ອຍຈະຕ້ອງກວດເບີ່ງຂໍ້ມູນທີ່ມີຢູ່ໃນລະບົບ.
    • ຖ້າຫາກວ່າໂຮງໝໍຊຸມຊົນບໍ່ໄດ້ລົງທະບຽນເດັກ, ໂຮງໝໍນ້ອຍຈະຕ້ອງລົງທະບຽນເດັກ ແລະ ປ້ອນຄືນຂໍ້ມູນວັກຊີນທີ່ສັກໂດຍໂຮງໝໍຊຸມຊົນອິງຕາມຂໍ້ມູນຢູ່ປື້ມສີບົວ ຫລື ບທ-ດ.
    • ໃນກໍລະນີນີ້, ໂຮງໝໍນ້ອຍຈະຕ້ອງເລືອກ “ຮັບມາຈາກສະຖານທີ່ອື່ນພາກລັດ” ແລະ “ເລືອກສະຖານທີ່ບໍລິການ” ສຳຫລັບວັກຊີນທີ່ເດັກໄດ້ສັກມາແລ້ວ.