ບົດລາຍງານຫຍໍ້
ການສ້າງສະຖານການສຶກສາ
ປອດຢາເສບຕິດ
ສະເໜີໂດຍ: ທ່ານ ນາງ ຈິນດາວັນ ສີລິພອນ
ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ
04/08/2025
��ບັນຫາຢາເສບຕິດເປັນໄພຄຸກຄາມທີ່ສົ່ງຜົນກະທົບຕໍ່ການພັດທະນາການສຶກສາ ແລະ ກິລາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ. ຕະຫຼອດໄລຍະຜ່ານມາ ຂະແໜງການສຶກສາ ວິທະຍາສາດ ແລະ ກິລາໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນວຽກທີ່ສຳຄັນ ແລະ ເປັນບູລິມາສິດໂດຍສົມທົບຫຼາຍພາກສ່ວນທີ່ກ່ຽວຂ້ອງ.
�ເລີ່ມແຕ່ສົກຮຽນ 2011-2012 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໝາຍໃຫ້ ກົມພະລະ ແລະ ສິລະປະສຶກສາ ໃນເມື່ອກ່ອນ ຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ຄົ້ນຄວ້າສ້າງໂຮງຮຽນຊັ້ນມັດທະຍົມສຶກສາເປັນໂຮງຮຽນປອດຢາເສບຕິດໃນຂອບເຂດທົ່ວປະເທດ.
ຄວາມເປັນມາ
��ເພື່ອສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດ ໃນຖັນແຖວນັກຮຽນ, ນັກສຶກສາ, ພະນັກງານ, ຄູອາຈານ ໃນສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ
�1. ສອນດີ-ຮຽນເກັ່ງ
�2. ຕ້ານປະກົດການຫຍໍ້ທໍ້ຕ່າງໆ
�3. ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ
ຈຸດປະສົງ
ວິທີການຈັດຕັ້ງປະຕິບັດ
ສ້າງເປັນໂຄງການ, ມີກົນໄກ ມີລະບອບລະບຽບ ແລະ ມາດຕະຖານເງື່ອນໄຂ
ມີຄະນະຮັບຜີດຊອບແຕ່ຂັ້ນສູນກາງລົງຮອດທ້ອງຖີ່ນ
�ໄດ້ຮັບງົບປະມານຈາກລັດຖະບານ ເພື່ອຮັບໃຊ້ເຂົ້າໃນການຈັດກິດຈະກຳຕ່າງໆ ລວມທັງການຈັດຊື້ອຸປະກອນ, ການເຄື່ອນໄຫວລົງຕິດຕາມກວດກາ
ຜົນສຳເລັດໄລຍະທີ 1
��ສົກຮຽນ 2011-2016ປະກາດຮັບຮອງເປັນໂຮງຮຽນປອດຢາເສບຕິດໄດ້ເຖິງ 1,367 ແຫ່ງ ກວມເອົາ 82.67%
-ໂຮງຮຽນປອດຢາເສບຕິດ 5 ສົກຮຽນຕິດຕໍ່ກັນ (2011-2016) 218 ແຫ່ງ
-ໂຮງຮຽນປອດຢາເສບຕິດ 3 ສົກຮຽນຕິດຕໍ່ກັນ (2013-2016) 265 ແຫ່ງ.
�ໄດ້ຮັບການຍ້ອງຍໍຈາກລັດຖະບານໃຫ້ແກ່ບຸກຄົນ ແລະ ກົມກອງໃນການເຄື່ອນໄຫວດີເດັ່ນ
- ຫຼຽນໄຊແຮງງານ ຊັ້ນ II 13 ທ່ານ;
- ຫຼຽນໄຊແຮງງານ ຊັ້ນ III 25 ທ່ານ ແລະ 262 ກົມກອງ.
- ຫຼຽນກາແຮງງານ 245 ທ່ານ.
ການຈັດຕັ້ງ ແລະ ຂະຫຍາຍໂຮງຮຽນປອດຢາເສບຕິດ
��ຫຼັງຈາກໂຄງການສິ້ນສຸດລົງໃນປີ 2016 ໂດຍອີງໃສ່ ພາລະບົດບາດ, ໜ້າທີ່ມະຫາພາກ ກະຊວງສຶກສາທິການ ແລະ ກິລາ ໄດ້ຕົກລົງມອບໝາຍຄວາມຮັບຜິດຊອບ ແລະ ສືບຕໍ່ດຳເນີນໂຄງການດັ່ງກ່າວນີ້ໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ເປັນຜູ້ຮັບຜິດຊອບໂດຍກົງນັບແຕ່ສົກຮຽນ 2016 – 2017 ເປັນຕົ້ນມາ ຕາມຂໍ້ຕົກລົງສະບັບເລກທີ 2761/ສສກ, ລົງວັນທີ 13 ກໍລະກົດ 2016. ສ່ວນສູນກາງຈະເຮັດບົດບາດຕິດຕາມຊຸກຍູ້ເປັນຕົ້ນຕໍ
�ເພື່ອຄວາມຢືນຍົງໄດ້ຂະຫຍາຍວຽກງານດັ່ງກ່າວໄປສູ່ໂຮງຮຽນຊັ້ນປະຖົມສຶກສາ ແລະ ວິທະຍາໄລຄູ.
ຜົນສຳເລັດໃນປະຈຸບັນ
15
�1. �ມີບັນດານິຕິກໍາ, ຄຳສັ່ງຕ່າງໆ ຈາກຂັ້ນເທິງ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
�2. ຄະນະພັກ, ຜູ້ບໍລິຫານ ແລະ ອົງການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ ແລະ ຜັນຂະຫຍາຍວຽກງານເປັນກິດຈະກຳຕົວຈິງ;
�3. ແຕ່ງຕັ້ງຄະນະຮັບຜິດຊອບຢ່າງຈະແຈ້ງໃນທຸກຂັ້ນ (ສູນກາງ, ແຂວງ, ເມືອງ ແລະ ໂຮງຮຽນ);
�4. ມີການລົງໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມຜົນຮ້າຍຂອງຢາເສບຕິດຢູ່ຕາມໂຮງຮຽນຕ່າງໆ;
�5. ການຮັບຮອງ ແມ່ນປະຕິບັດຕາມມາດຕະຖານເງື່ອນໄຂ ແລະ ຂັ້ນຕອນທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກທຸກຢ່າງ, ມີການກວດກາທາງດ້ານວິທະຍາສາດ (ກວດນໍ້າປັດສະວະ);
�6. ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ.
ຂໍ້ສະດວກ
ຂໍ້ຄົງຄ້າງ
�1. ຄະນະຮັບຜິດຊອບຂັ້ນທ້ອງຖິ່ນບາງບ່ອນຍັງປະຕິບັດພາລະບົດບາດບໍ່ທັນດີເທົ່າທີ່ຄວນ;
�2. ການບັງຄັບໃຊ້ກົດໝາຍ ໂດຍສະເພາະການປະຕິບັດກົດໝາຍຄວບຄຸມສະຖານບັນເທີງ
ຍັງບໍ່ທັນເຂັ້ມງວດ;
�3. ບັນຫາຢາເສບຕິດຍັງສືບຕໍ່ແຜ່ລາມ ຍັງມີຜູ້ບໍລິຫານ, ຄູອາຈານ, ນັກຮຽນ ແລະ ນັກ
ສຶກສາຈຳນວນໜຶ່ງພົວພັນກັບຢາເສບຕິດ;
�4. ການກວດຢັ້ງຢືນທາງວິທະຍາສາດ (ກວດນ້ຳປັດສະວະ) ຍັງພົບຄວາມຫຍຸ້ງຍາກ ຍ້ອນ
ການຂາດງົບປະມານ, ພໍ່ແມ່ຜູ້ປົກຄອງບໍ່ຍອມຮ່ວມມື ແລະ ມີທັດສະນະອັກຄະຕິຕໍ່ຄະນະ
ຮັບຜິດຊອບ;
�5. ການເກັບກຳຂໍ້ມູນແຂວງ, ເມືອງ ແລະ ໂຮງຮຽນຈຳນວນໜຶ່ງຍັງບໍ່ທັນສ້າງຖານຂໍ້ມູນທີ່
ລະອຽດກຸ່ມສ່ຽງ ແລະ ກຸ່ມເສບ.
�1.�ເພີ່ມທະວີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະຜົນຮ້າຍຂອງຢາເສບຕິດດ້ວຍຫຼາຍຮູບແບບ;
�2. ສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງ, ຮັດກຸມ ແລະ ແທດເໝາະກັບເງື່ອນໄຂໃໝ່;
�3. ສ້າງເຄື່ອງມືໃນການຕິດຕາມ, ກວດກາ, ປະເມີນ ກົມກອງ, ສະຖານການສຶກສາປອດຢາເສບຕິດ;
�4. ກວດກາ, ຕິດຕາມ, ຊຸກຍູ້, ປະເມີນຜົນ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນລະບົບ.
�5. ຈັດສັນງົບປະມານເພື່ອຮັບໃຊ້ວຽກງານໃຫ້ເໝາະສົມ.
ວິທີແກ້ໄຂ
15
�ສືບຕໍ່ຕິດຕາມການສ້າງສະຖານການສຶກສາປອດຢາເສບຕິດ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍຜັນຂະຫຍາຍຂໍ້ຕົກລົງສະບັບເລກທີ 3536/ສສກ, ລົງວັນທີ 26 ກໍລະກົດ 2023 ວ່າດ້ວຍການສ້າງກົມກອງ, ສະຖານການສຶກສາ ແລະ ກິລາ ປອດຢາເສບຕິດ.
1.ການສ້າງໂຮງຮຽນປະຖົມສຶກສາ ແລະ ໂຮງຮຽນມັດທະຍົມສຶກສາປອດຢາ
ເສບຕິດ
2.ການສ້າງສະຖານການສຶກສາຄູປອດຢາເສບຕິດໄລຍະ 2;
3.ການສ້າງສະຖານສຶກສາເຕັກນິກວິຊາຊີບຕົວແບບປອດຢາເສບຕິດ
ທິດທາງແຜນການ
ຂໍຂອບໃຈ